ວິສາຫະກິດ EU ຖືກຜົນສະທ້ອນຢ່າງໜັກໜ່ວງ ຈາກສົງຄາມການຄ້າ ອາເມລິກາ - ຈີີນ

(VOVWORLD) -ບັນດາບໍລິສັດທີ່ຂຶ້ນກັບ ສະຫະພາບເອີຣົບ (ອີຢູ) ກໍາລັງຖືກຜົນສະທ້ອນຢ່າງໜັກໜ່ວງ ຍ້ອນສົງຄາມການຄ້າ ອາເມລິກາ - ຈີນ ແລະ ມີວິສາຫະກິດຈໍານວນໜ້ອຍ ທີ່ມີຄວາມປະເອີບໃຈຕໍ່ອະນາຄົດຂອງຕົນ. 

        ຜົນຂອງການສໍາຫຼວດວິສາຫະກິດ ທີ່ໄດ້ປະກາດໃນວັນທີ 20 ພຶດສະພາ ສະແດງໃຫ້ເຫັນວ່າ ບັນດາບໍລິສັດທີ່ຂຶ້ນກັບ ສະຫະພາບເອີຣົບ (ອີຢູ) ກໍາລັງຖືກຜົນສະທ້ອນຢ່າງໜັກໜ່ວງ ຍ້ອນສົງຄາມການຄ້າ ອາເມລິກາ - ຈີນ ແລະ ມີວິສາຫະກິດຈໍານວນໜ້ອຍ ທີ່ມີຄວາມປະເອີບໃຈຕໍ່ອະນາຄົດຂອງຕົນ. ຕາມຫ້ອງການການຄ້າ ອີຢູ ປະຈໍາ ຈີນ ແລ້ວ, ການ “ສູ້ຢັນກັນ” ກ່ຽວກັບພາສີ ລະຫວ່າງ ປັກກິ່ງ ແລະ ວໍຊີງຕັນ ບໍ່ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາບໍລິສັດ ເອີຣົບ. ທ່ານ Charlotte Roule ຮອງປະທານຫ້ອງການການຄ້າ ອີຢູ ໃຫ້ຮູ້ວ່າ: “ຄວາມເຄັ່ງຕຶງດ້ານການຄ້າໃນປັດຈຸບັນ ໄດ້ຮັບຖືວ່າ ແມ່ນສິ່ງກີດຂວາງໃໝ່ສໍາລັບສະພາບແວດລ້ອມດໍາເນີນທຸລະກິດ, ສະພາບການດັ່ງກ່າວ ຈະບໍ່ສິ້ນສຸດໃນໄວໆນີ້ ເຖິງວ່າ ສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງຫຼືບໍກໍຕາມ”.

        ຕາມການສໍາຫຼວດດັ່ງກ່າວ, ສົງຄາມການຄ້າ ແມ່ນໜຶ່່ງໃນບັນດາຄວາມວິຕົກກັງວົນແຖວໜ້າ ສໍາລັບບັນດາວິສາຫະກິດ ອີຢູ ຢູ່ ຈີນ, ຖ້າຫາກຍັງບໍ່ຄິດໄລ່ເຖິງຄວາມສ່ຽງກ່ຽວກັບການເຕີບໂຕຢ່າງຊັກຊ້າຂອງພື້ນຖານເສດຖະກິດຈີນ. ໃນຂະນະນັ້ນ, ຍັງມີຄວາມວິຕົກກັງວົນຕໍ່ພື້ນຖານເສດຖະກິດທົ່ວໂລກ ແລະ ຄ່າແຮງງານເພີ່ມຂຶ້ນຢູ່ ຈີນ ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ