ວິສາຫະກິດ ຍີ່ປຸ່ນ ສໍາຫຼວດສະພາບແວດລ້ອມແຫ່ງການລົງທຶນ ຢູ່ ຮ່ານາມ

(VOVWORLD) -ເມື່ອເຂົ້າມາລົງທຶນຢູ່ແຂວງແລ້ວ, ບັນດາວິສາຫະກິດ ຈະໄດ້ຮັບປະກັນກ່ຽວກັບບັນຫາໄຟຟ້າ, ນໍ້າ, ການຄົມມະນາຄົມ, ໄດ້ຮັບການໜູນຊ່ວຍຮັບສະໝັກແຮງງານ, ການປ້ອງກັນຄວາມເປັນລະບຽບຮຽບຮ້ອຍ .... ເປັນຢ່າງດີ ຕາມຄໍາໝັ້ນສັນຍາ 10 ຂໍ້ ຂອງແຂວງ ກັບນັກລົງທຶນ.
ວິສາຫະກິດ ຍີ່ປຸ່ນ ສໍາຫຼວດສະພາບແວດລ້ອມແຫ່ງການລົງທຶນ ຢູ່ ຮ່ານາມ - ảnh 1ການເຮັດວຽກລະຫວ່າງຄະນະວິສາຫະກິດຍີ່ປຸ່ນ ແລະ ຄະນະກໍາມະການປະຊາຊົນແຂວງຮ່ານາມ (ພາບ:TTXVN) 

ຕອນບ່າຍວັນທີ 22 ມັງກອນ, ຄະນະວິສາຫະກິດກະຊວງກະສິກໍາ - ປ່າໄມ້ ແລະ ສິນໃນນໍ້າ ຍີ່ປຸ່ນ ໄດ້ມີການເຮັດວຽກກັບ ຄະນະກໍາມະການປະຊາຊົນແຂວງ ຮ່ານາມ ຂອງຫວຽດນາມ ເພື່ອຊອກຮູ້, ສໍາຫຼວດສະພາບແວດລ້ອມແຫ່ງການລົງທຶນຢູ່ແຂວງດັ່ງກ່າວ. ທ່ານ Tsunemasa Teramoto, ຕາງໜ້າກະຊວງ ກະສິກໍາ - ປ່າໄມ້ ແລະ ສິນໃນນໍ້າ ຍີ່ປຸ່ນ ໃຫ້ຮູ້ວ່າ ຄະນະວິສາຫະກິດຂອງ ຍີ່ປຸ່ນ ໄດ້ມາເຮັດວຽກກັບ ຄະນະກໍາມະການປະຊາຊົນແຂວງຮ່ານາມ ຄັ້ງນີ້ ລວມມີບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດ: ການຜະລິດ, ປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນໍ້າ; ການຂົນສົ່ງສິນຄ້າ. ບັນດາວິສາຫະກິດຍີ່ປຸ່ນ ກໍປາດຖະໜາ ຢາກຮ່ວມມື, ຮ່ວມສໍາພັນກັບວິສາຫະກິດຂອງແຂວງເພື່ອນໍາພື້ນຖານກະສິກໍາຂອງແຂວງຮ່ານາມ ພັດທະນາຕາມທິດທັນສະໄໝ ແລະ ຍືນຍົງ.

        ທີ່ການເຮັດວຽກ, ທ່ານ ເຈືອງມິງຫ໊ຽນ, ຮອງປະທານຄະນະກໍາມະການປະຊາຊົນແຂວງຮ່ານາມ ໃຫ້ຮູ້ວ່າ ປັດຈຸບັນດ ແຂວງຮ່ານາມ ໄດ້ຈັດສັນເຂດອຸດສາຫະກໍາ ດົ່ງວັນ 3 ຢູ່ຕ່າງຫາກ ເຊິ່ງເປັນເຂດທີ່ມີທີ່ຕັ້ງສະດວກ, ມີພື້ນຖານໂຄງລ່າງຄົບຊຸດ ໃຫ້ແກ່ບັນດາວິສາຫະກິດຍີ່ປຸນ. ສໍາລັບຂົງເຂດກະສິກໍາ, ທາງແຂວງ ກໍມີແຜນນະໂຍບາຍດຶງດູດວິສາຫະກິດເຂົ້າບັນດາເຂດກະສິກໍາທີ່ໝູນໃຊ້ເຕັກໂນໂລຢີສູງ, ຜະລິດກະສິກໍາປອດສານພິດ, ມີຄວາມປອດໄພ. ເມື່ອເຂົ້າມາລົງທຶນຢູ່ແຂວງແລ້ວ, ບັນດາວິສາຫະກິດ ຈະໄດ້ຮັບປະກັນກ່ຽວກັບບັນຫາໄຟຟ້າ, ນໍ້າ, ການຄົມມະນາຄົມ, ໄດ້ຮັບການໜູນຊ່ວຍຮັບສະໝັກແຮງງານ, ການປ້ອງກັນຄວາມເປັນລະບຽບຮຽບຮ້ອຍ .... ເປັນຢ່າງດີ ຕາມຄໍາໝັ້ນສັນຍາ 10 ຂໍ້ ຂອງແຂວງ ກັບນັກລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ