ວິ​ສາ​ຫະ​ກິດ ສ.ເກົາຫຼີ ແລະ ສິງ​ກະ​ໂປ ຊອກ​ຫາ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ເກິ່ນ​ເທີ

(VOVWORLD) - ຕອນບ່າຍວັນທີ 18 ມັງກອນ, ທ່ານ ຫງວຽນວັນຮຽວ ເລຂາຄະນະພັກນະຄອນ ເກິ່ນເທີ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບກຸ່ມບໍລິສັດ SK (ສ.ເກົາຫຼີ) ເພື່ອແລກປ່ຽນ ກ່ຽວກັບໂອກາດຮ່ວມມື, ລົງທຶນຢູ່ນະຄອນເກິ່ນເທີ ໃນບາງຂົງເຂດຄື: ຜະລິດຕະພັນກະເສດ, ພະລັງງານສີຂຽວ…

ວິ​ສາ​ຫະ​ກິດ ສ.ເກົາຫຼີ ແລະ ສິງ​ກະ​ໂປ ຊອກ​ຫາ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ເກິ່ນ​ເທີ - ảnh 1ບັນດາຜູ້ແທນເຂົ້າຮ່ວມການຕ້ອນຮັບ (ພາບ: TTXVN)

ທ່ານ Lee Dong Uk, ທີ່ປຶກສາຂັ້ນສູງ ກຸ່ມບໍລິສັດ SK ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຄາດ ວ່າ ກຸ່ມບໍລິສັດ SK ຈະເປີດກວ້າງການດຳເນີນທຸລະກິດໄປຍັງຂົງເຂດຜະລິດຕະພັນກະເສດດ້ວຍຄວາມຫວັງຢາກລົງທຶນ ສູນຜະລິດຕະພັນກະເສດຂາຍສົ່ງຢູ່ເກິ່ນເທີ. ນີ້ແມ່ນຮູບແບບທຳອິດ ທີ່ສົມທົບກັນລະຫວ່າງການຂາຍສົ່ງຜະລິດຕະພັນກະເສດ ແລະ ນຳໃຊ້ພະລັງງານສະອາດ, ເປັນມິດກັບສິ່ງແວດລ້ອມ. ສ່ວນ, ທ່ານເລຂາຄະນະພັກນະຄອນ ຫງວຽນວັນຮຽວ ເນັ້ນໜັກວ່າ ນະຄອນ ເກິ່ນເທີ ສະໜັບສະໜູນບັນດາຂໍ້ລິເລີ່ມລົງທຶນຂອງ ກຸ່ມບໍລິສັດ SK ແລະ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ SK ຜັນຂະຫຍາຍບັນດາໂຄງການໃນບໍລິເວນນະຄອນ.

ແລະກໍ່ໃນວັນດຽວກັນ, ທ່ານເລຂາຄະນະພັກນະຄອນ ເກິ່ນເທີ ຫງວຽໜວັນຫຽວ ພ້ອມກັບຜູ້ຕາງໜ້າບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງກໍ່ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຜູ້ຕາງໜ້າ ບໍລິສັດ ສິ່ງແວດລ້ອມ Darco ຫວຽດນາມ ຈຳກັດ (ສິງກະໂປ) ມາຊອກຫາໂອກາດລົງທຶນເຂົ້າຂົງເຂດບຳບັດນ້ຳເສຍ ແລະ ສະໜອງນ້ຳປະປາ.

ທີ່ການເຮັດວຽກ, ທ່ານ Lim Chuan Hui,ຜູ້ອຳນວຍການບໍລິສັດຈຳກັດ ສິ່ງແວດລ້ອມ Darco ຫວຽດນາມ ຈຳກັດ (ສິງກະໂປ) ໄດ້ສະແດງຄວາມປາດຖະໜາ ຢາກຊອກຮູ້ໂອກາດມາລົງທຶນຢູ່ ເກິນເທີໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນບາງໂຄງການກ່ຽວກັບການບຳບັດນ້ຳເສຍ ແລະ ສະໜອງນ້ຳປະປາ.

ຕອນບ່າຍວັນທີ 18 ມັງກອນ, ທ່ານ ຫງວຽນວັນຮຽວ ເລຂາຄະນະພັກນະຄອນ ເກິ່ນເທີ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບກຸ່ມບໍລິສັດ SK (ສ.ເກົາຫຼີ) ເພື່ອແລກປ່ຽນ ກ່ຽວກັບໂອກາດຮ່ວມມື, ລົງທຶນຢູ່ນະຄອນເກິ່ນເທີ ໃນບາງຂົງເຂດຄື: ຜະລິດຕະພັນກະເສດ, ພະລັງງານສີຂຽວ…

ທ່ານ Lee Dong Uk, ທີ່ປຶກສາຂັ້ນສູງ ກຸ່ມບໍລິສັດ SK ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຄາດ ວ່າ ກຸ່ມບໍລິສັດ SK ຈະເປີດກວ້າງການດຳເນີນທຸລະກິດໄປຍັງຂົງເຂດຜະລິດຕະພັນກະເສດດ້ວຍຄວາມຫວັງຢາກລົງທຶນ ສູນຜະລິດຕະພັນກະເສດ ແລະ ນຳໃຊ້ພະລັງງານສະອາດ, ເປັນມິດກັບສິ່ງແວດລ້ອມ. ສ່ວນ, ທ່ານເລຂາຄະນະພັກນະຄອນ ຫງວຽນວັນຮຽວ ເນັ້ນໜັກວ່າ ນະຄອນ ເກິ່ນເທີ ສະໜັບສະໜູນບັນດາຂໍ້ລິເລີ່ມລົງທຶນຂອງ ກຸ່ມບໍລິສັດ SK ແລະ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ SK ຜັນຂະຫຍາຍບັນດາໂຄງການໃນບໍລິເວນນະຄອນ.

ແລະກໍ່ໃນວັນດຽວກັນ, ທ່ານເລຂາຄະນະພັກນະຄອນ ເກິ່ນເທີ ຫງວຽໜວັນຫຽວ ພ້ອມກັບຜູ້ຕາງໜ້າບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງກໍ່ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຜູ້ຕາງໜ້າ ບໍລິສັດ ສິ່ງແວດລ້ອມ Darco ຫວຽດນາມ ຈຳກັດ (ສິງກະໂປ) ມາຊອກຫາໂອກາດລົງທຶນເຂົ້າຂົງເຂດບຳບັດນ້ຳເສຍ ແລະ ສະໜອງນ້ຳປະປາ.

ທີ່ການເຮັດວຽກ, ທ່ານ Lim Chuan Hui,ຜູ້ອຳນວຍການບໍລິສັດຈຳກັດ ສິ່ງແວດລ້ອມ Darco ຫວຽດນາມ ຈຳກັດ (ສິງກະໂປ) ໄດ້ສະແດງຄວາມປາດຖະໜາ ຢາກຊອກຮູ້ໂອກາດມາລົງທຶນຢູ່ ເກິນເທີໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນບາງໂຄງການກ່ຽວກັບການບຳບັດນ້ຳເສຍ ແລະ ສະໜອງນ້ຳປະປາ.

ຕອບກັບ

ຂ່າວ/ບົດ​ອື່ນ