ວິ​ສ​າ​ຫະ​ກິດ ຫວຽດ​ນາມ - ຈີນ ເຊັ່ນ​ຂ​ໍ້​ຕົກ​ລົງ, ສັນ​ຍາ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ 21 ສະ​ບັບ

(VOVWORLD) - ຢູ່ເວທີປາໄສ, ບັນດາວິສາຫະກິດ ຫວຽດນາມ ແລະ ຈີນ ໄດ້ເຊັ່ນສຳເລັດ ຂໍ້ຕົກລົງ, ສັນຍາເສດຖະກິດ 21 ສະບັບ ກ່ຽວກັບການຊຸກຍູ້ການນຳເຂົ້າສົ່ງອອກສິນຄ້າ ເຄື່ອງປ່າຂອງດົງ, ສິນໃນນ້ຳ, ການຄ້າ, logistics,  ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ.
ວິ​ສ​າ​ຫະ​ກິດ ຫວຽດ​ນາມ - ຈີນ ເຊັ່ນ​ຂ​ໍ້​ຕົກ​ລົງ, ສັນ​ຍາ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ 21 ສະ​ບັບ - ảnh 1ເວທີປາໄສເຊື່ອມຕໍ່ການພົວພັນແລກປ່ຽນການຄ້າ ນຳເຂົ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຫວຽດນາມ - ຈີນ (ພາບ:  VOV)

ຕອນບ່າຍວັນທີ 30 ພະຈິກ, ໃນຂອບເຂດງານຕະຫຼາດນັດການຄ້າການທ່ອງທ່ຽວສາກົນ ຫວຽດນາມ - ຈີນ ຄັ້ງທີ 15 ປີ 2023 (ມ້ອງກາຍ, ກວາງນິງ - ຕຸງຊີງ, ກວາງຊີ) ໄດ້ດຳເນີນເວທີປາໄສເຊື່ອມຕໍ່ການພົວພັນແລກປ່ຽນການຄ້າ ນຳເຂົ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຫວຽດນາມ - ຈີນ.

ຢູ່ເວທີປາໄສ, ບັນດາວິສາຫະກິດ ຫວຽດນາມ ແລະ ຈີນ ໄດ້ເຊັ່ນສຳເລັດ ຂໍ້ຕົກລົງ, ສັນຍາເສດຖະກິດ 21 ສະບັບ ກ່ຽວກັບການຊຸກຍູ້ການນຳເຂົ້າສົ່ງອອກສິນຄ້າ ເຄື່ອງປ່າຂອງດົງ, ສິນໃນນ້ຳ, ການຄ້າ, logistics,  ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ.

ອີກຄັ້ງໜຶ່ງ ເວທີປາໄສ ດັ່ງກ່າວ ຢັ້ງຢືນຄວາມເປັນເຈົ້າການຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃນການຫັນບັນດາເນື້ອໃນເຊິ່ງການນຳຂັ້ນສູງສອງພັກ, ສອງລັດ ເຫັນດີເປັນເອກະພາບທີ່ກ່ຽວກັບຂ້ອງເຖິງຂົງເຂດການຄ້າເວົ້າລວມ ແລະ ການສົ່ງອອກນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ  ແລະ ສິນໃນນ້ຳເວົ້າສະເພາະ ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ