ວິສາຫະກິດ ຫວຽດນາມ ລົງທຶນເຂົ້າໃນ ລາວ ມີຄວາມຕັ້ງໜ້າໃນການປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ

(VOVWORLD) -ບໍລິສັດ ລ້ານຊ້າງ ປະກັນໄພມະຫາຊົນ ພ້ອມກັບຄູ່ຮ່ວມມືຍຸດທະສາດຕົກລົງກັນສ້າງໂຮງຮຽນອະນຸບານທີ່ ມີເຄື່ອງໃຊ້ອຸປະກອນການຮຽນຢ່າງຄົບຖ້ວນ 1 ຫຼັງ, ສ້າງບ່ອນລະຫຼິ້ນໃຫ້ແກ່ນັກຮຽນປະຖົມ ແລະ ອະນຸບານ 1 ແຫ່ງ ໃຫ້ແກ່ເມືອງ ສັງທອງ,
ວິສາຫະກິດ ຫວຽດນາມ ລົງທຶນເຂົ້າໃນ ລາວ ມີຄວາມຕັ້ງໜ້າໃນການປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ - ảnh 1ທ່ານ ໂດ໋ດັງຄາງ ຜູ້ອຳນວຍການ LAPມອບຂອງຂວັນໃຫ້ແກ່ໂຮງຮຽນປະຖົມສຶກສາ (ພາບ: TTXVN)

ວັນທີ 28 ກຸມພາ, ຢູ່ເມືອງ ສັງທອງ, ນະຄອນຫຼວງວຽງຈັນ, ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ (LAP) - ເປັນບໍລິສັດຮ່ວມລະຫວ່າງ ບໍລິສັດຫຸ້ນສ່ວນ ໄປສະນີ ຫວຽດນາມ ແລະ ທະນາຄານພັດທະນາ ລາວ - ພ້ອມກັບຄູ່ຮ່ວມມືຍຸດທະສາດແມ່ນກອງທຶນວັດທະນະທຳ DB Kim Jun Ki, ໄດ້ມອບໂຄງການໂຮງຮຽນ ປະຖົມສຶກສາ ບ້ານ ຫ້ວຍຕົມ ໃຫ້ແກ່ເມືອງ ສັງທອງ. ເຂົ້າຮ່ວມພິທີມອບຮັບມີ ທ່ານ ຫວູວັນຮ່ວາ ທູດເສດຖະກິດ, ວັດທະນະທຳ ແລະສຶກສາຂອງສະຖານທູດ ຫວຽດນາມ ປະຈຳ ລາວ, ທ່ານ ໂດ໋ດັງຄາງ ຜູ້ອຳນວຍການ LAP, ທ່ານ ແກ້ວ ພົມມະລາດ ຮອງປະທານເມືອງ ສັງທອງ.

ກ່າວຄຳເຫັນທີ່ພິທີ, ທ່ານ ໂດ໋ດັງຄາງ ຜູ້ອຳນວຍການ LAP ໃຫ້ຮູ້ວ່າ ດ້ວຍຄວາມຫວັງຢາກສ້າງເງື່ອນໄຂສະດວກເພື່ອໃຫ້ພວກເດັກນ້ອຍມີອະນາຄົດທີ່ສົດໃສກວ່າ, ພ້ອມທັງສະແດງຄວາມຮັບຜິດຊອບຕໍ່ສັງຄົມຂອງວິສະຫະກິດ ຫວຽດນາມ ທີ່ພວມລົງທຶນ ແລະ ດຳເນີນທຸລະກິດຢູ່ ລາວ, ບໍລິສັດ ລ້ານຊ້າງ ປະກັນໄພມະຫາຊົນ ພ້ອມກັບຄູ່ຮ່ວມມືຍຸດທະສາດຕົກລົງກັນ ສ້າງໂຮງຮຽນອະນຸບານທີ່ມີເຄື່ອງໃຊ້ອຸປະກອນການຮຽນຢ່າງຄົບຖ້ວນ 1 ຫຼັງ, ສ້າງບ່ອນລະຫຼິ້ນໃຫ້ແກ່ນັກຮຽນປະຖົມ ແລະ ອະນຸບານ 1 ແຫ່ງ ໃຫ້ແກ່ເມືອງ ສັງທອງ, ພ້ອມທັງບູລະນະສ້ອມແປງທັງໝົດໂຮງຮຽນປະຖົມສຶກສາ ບ້ານ ຫ້ວຍຕົມ (ເມືອງ ສັງທອງ) ແລະ ມອບອຸປະກອນການສຶກສາຢ່າງຫຼວງຫຼາຍ, ດ້ວຍຍອດມູນຄ່າກ່ວາ 45.000 USD.

ຕອບກັບ

ຂ່າວ/ບົດ​ອື່ນ