ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ສືບ​ຕໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ

(VOVWORLD) -ການໂອ້ລົມສົນທະນາດຶງດູດການເຂົ້າຮ່ວມຂອງການນຳ, ຜູ້ຕາງໜ້າບັນດາກຸ່ມບໍລິສັດ, ວິສາຫະກິດ ອາເມລິກາ ກ່ວາ 40 ທ່ານ ທີ່ພວມມີການລົງທຶນ ຫຼື ມີຄວາມສົນໃຈຕໍ່ມາລົງທຶນຢູ່ ຫວຽດນາມຄື: Blackstone Group, Google, Facebook, Ford, UPS, Walmart….
ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ສືບ​ຕໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອກ (ພາບ: VOV)

ທີ່ການໂອ້ລົມສົນທານາແບບທາງໄກ ດ້ວຍຫົວຂໍ້ວ່າ “ການຮ່ວມມືລົງທຶນຂ້າມປາຊີຟິກ” ໂດຍ The Asia Group ຈັດຂຶ້ນຫວ່າງແລ້ວນີ້, ທ່ານ Nirav Patel ຜູ້ອຳນວຍການ The Asia Group ແລະ ຜູ້ຕາງໜ້າວິສາຫະກິດຫຼາຍແຫ່ງ ຖືວ່າ ຫວຽດນາມ ຍັງແມ່ນຈຸດນັດພົບ ທີ່ໄດ້ຮັບຄວາມສົນໃຈຈາກບັນດານັກລົງທຶນ ອາເມລິກາ ຢູ່ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ. ມີຜູ້ແທນຫຼາຍທ່ານໄດ້ສະແດງຄວາມເຊື່ອໝັ້ນຕໍ່ ຄວາມຕັດສິນໃຈ, ຄວາມມານະພະຍາຍາມ ແລະ ໝາກຜົນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ, ທ່ານຢັ້ງຢືນວ່າ ຈະສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງກັບ ຫວຽດນາມ ໃນຄວາມມານະພະຍາຍາມລວມນີ້.

ການໂອ້ລົມສົນທະນາດຶງດູດການເຂົ້າຮ່ວມຂອງການນຳ, ຜູ້ຕາງໜ້າບັນດາກຸ່ມບໍລິສັດ, ວິສາຫະກິດ ອາເມລິກາ ກ່ວາ 40 ທ່ານ ທີ່ພວມມີການລົງທຶນ ຫຼື ມີຄວາມສົນໃຈຕໍ່ມາລົງທຶນຢູ່ ຫວຽດນາມຄື: Blackstone Group, Google, Facebook, Ford, UPS, Walmart….

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອກ ໄດ້ແບ່ງປັນແຜນນະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນສຳເລັດໃນການພັດທະນາເສດຖະກິດ ຂອງ ຫວຽດນາມ, ອັບເດັດນະໂຍບາຍບຸລິມະສິດ ແລະ ການກຳນົດທິດໃໝ່ໃນການດຶງດູດການລົງທຶນຈາກຕ່າງປະເທດ. ທ່ານເອກອັກຄະລັດຖະທູດ ຢັ້ງຢຶນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົນທະນາເພື່ອສ້າງສາ, ແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກ, ຮັບປະກັນການສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງມີສະຖຽນລະພາບໃຫ້ແກ່ວິສາຫະກິດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ