ວິສາຫະກິດ ເພີ່ມກຳລັງແຮງຕ້ານໂລກລະບາດໂຄວິດ-19 ຜ່ານສື່ສັງຄົມອອນລາຍ

(VOVWORLD) -  ຕອນເຊົ້າວັນທີ 17 ສິງຫາ, ທີ່ນະຄອນ ໂຮ່ຈີມິນ, ກຸ່ມບໍລິສັດ BITEX ໄດ້ສົມທົບກັບໜັງສືພິມ ຕ່ຽນຟອງ ປຸກລະດົມລາຍການ “ເພີ່ມກຳລັງແຮງໃຫ້ແນວໜ້າຕ້ານໂລກລະບາດໂຄວິດ-19 ຢູ່ ດ່າໜັງ - ກ໋ວາງນາມ”.
ວິສາຫະກິດ ເພີ່ມກຳລັງແຮງຕ້ານໂລກລະບາດໂຄວິດ-19 ຜ່ານສື່ສັງຄົມອອນລາຍ - ảnh 1ເພີ່ມກຳລັງແຮງໃຫ້ແນວໜ້າຕ້ານໂລກລະບາດໂຄວິດ-19 ຢູ່ ດ່າໜັງ - ກ໋ວາງນາມ (ພາບ: VTCNEWS)

        ລາຍການດັ່ງກ່າວໄດ້ຮຽກຮ້ອງໃຫ້ທຸກຄົນເຂົ້າຮ່ວມດ້ວຍວິທີແຜ່ພາບ (share) ຂອງລາຍການຜ່ານ facebook ສ່ວນຕົວ ດ້ວຍ hashtag#Bitexgrouptiepsuc. ທີ່ພິທີປຸກລະດົມ, ກຸ່ມບໍລິສັດ BITEX ໄດ້ມອບຊຸດກັນເຊື້ອ 2000 ຊຸດໃຫ້ແກ່ບັນດາແພດໝໍຢູ່ແນວໜ້າຕ້ານໂລກລະບາດໂຄວິດ-19 ຢູ່ ດ່າໜັງ - ກ໋ວາງນາມ ແລະ ຂອງຂວັນ 1.000 ພູດ ເຊິ່ງລວມມີອຸປະກອນການຮຽນທີ່ສະຫງວນໃຫ້ລູກຫຼານຂອງບັນດາແພດໝໍ ດ້ວຍມູນຄ່າກ່ວາ 800 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ