ວ​ິ​ສາ​ຫະ​ກິດ ໂຮ່​ຈີ​ມິນ ຍູ້​ແຮງ​ການ​ສົ່ງ​ອອກ​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່

(VOVWORLD) -ຢູ່ເຂດເຕັກໂນໂລຢີສູງ ນະຄອນ ໂຮ່ຈີມິນ, ໃນຕອນເຊົ້າຂອງມື້ນີ້ ກໍມີວິສາຫະກິດປະມານ 98% ເຄື່ອນໄຫວຄືນໃໝ່.
ວ​ິ​ສາ​ຫະ​ກິດ ໂຮ່​ຈີ​ມິນ ຍູ້​ແຮງ​ການ​ສົ່ງ​ອອກ​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່ - ảnh 1ຕື້ Contairner ສົ່ງອອກສິນຄ້າຂອງ ວິສາຫະກິດ ກາເຟ Meet More (ພາບ:VOV)

ຕອນເຊົ້າວັນທີ 17 ກຸມພາ ເຊິ່ງເປັນມື້ເຮັດວຽກທຳອິດ ພາຍຫຼັງໄລຍະພັກບຸນເຕັດຂອງຊາວ ຫວຽດນາມ, ວິສາຫະກິດຫຼາຍແຫ່ງ ແລະ ຊາວຜູ້ອອກແຮງງານໃນບໍລິເວນນະຄອນ ໂຮ່ຈີມິນ ໄດ້ກັບຄືນສູ່ການເຮັດວຽກເປັນປົກກະຕິ, ບັນດາວິສາຫະກິດສົ່ງອອກເລີ່ມສົ່ງສິນຄ້າໃຫ້ແກ່ຄູ່ຮ່ວມມື. ຕາມຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ, ເຂດຜະລິດເພື່ອສົ່ງອອກຂອງນະຄອນໂຮ່ຈີມິນ (Hepza) ແລ້ວ, ຕອນເຊົ້າຂອງວັນທີ 17 ກຸມພາ ໄດ້ມີວິສາຫະກິດຫຼາຍກວ່າ 50% ໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ. ສ່ວນຢູ່ເຂດເຕັກໂນໂລຢີສູງ ນະຄອນ ໂຮ່ຈີມິນ, ໃນຕອນເຊົ້າຂອງມື້ນີ້ ກໍມີວິສາຫະກິດປະມານ 98% ເຄື່ອນໄຫວຄືນໃໝ່, ໃນນັ້ນ ມີວິສາຫະກິດຫຼາຍແຫ່ງເຮັດວຽກຕະຫຼອດໄລຍະພັກບຸນເຕັດ ແລະ ໄດ້ມີໃບສັ່ງຊື້ສິນຄ້າຂອງຕ່າງປະເທດແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ