ວິສາຫະກິດ ໂຮນລັງ ແລະ ຫວຽດນາມ ຮ່ວມມືພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງ

(VOVWORLD) - ຕາມບັນດາເອກະສານທີ່ໄດ້ລົງນາມ, ສອງຝ່າຍຈະສ້າງບັນດາສະຫະກອນລ້ຽງກຸ້ງ ແລະ ປາຈາ ຂອບຂະໜາດນ້ອຍ ຢູ່ບັນດາແຂວງ ຈ່າວິງ, ຊອກຈັງ, ກ່າເມົາ, ບາກລຽວ, ມີຄວາມສາມາດລະດົມທຶນ; ປັບປຸງລະບົບມູນຄ່າຜະລິດຕະພັນ.
ວິສາຫະກິດ ໂຮນລັງ ແລະ ຫວຽດນາມ ຮ່ວມມືພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງ - ảnh 1ເອກະສານຮ່ວມມື 18 ສະບັບໄດ້ຮັບການລົງນາມ
(ພາບ: Ngọc Xuân/VOV)

ເອກະສານຮ່ວມມື 18 ສະບັບ ລະຫວ່າງວິສາຫະກິດ ຫວຽດນາມ ແລະ ໂຮນລັງ ໄດ້ລົງນາມທີ່ເວທີປາໄສວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄັ້ງທີ 3, ຈັດຂຶ້ນໃນວັນທີ 21 ມີນາ, ຢູ່ນະຄອນ ໂຮ່ຈີມິນ.

        ຕາມບັນດາເອກະສານທີ່ໄດ້ລົງນາມ, ສອງຝ່າຍຈະສ້າງບັນດາສະຫະກອນລ້ຽງກຸ້ງ ແລະ ປາຈາ ຂອບຂະໜາດນ້ອຍ ຢູ່ບັນດາແຂວງ ຈ່າວິງ, ຊອກຈັງ, ກ່າເມົາ, ບາກລຽວ, ມີຄວາມສາມາດລະດົມທຶນ; ປັບປຸງລະບົບມູນຄ່າຜະລິດຕະພັນ. ໄປຄຽງຄູ່ກັນນັ້ນ, ວິສາຫະກິດສອງປະເທດຈະຮ່ວມມືລ້ຽງປູກສິນໃນນ້ຳໂດຍອີງໃສ່ເຂດປ່າຊາຍເລນຢູ່ ເຂດທົ່ງພຽງແມ່ນ້ຳຂອງ; ເປີດຕົວຮາກຖານລ້ຽງກຸ້ງຢູ່ເຂດປ່າຊານເລນແບບຍືນຍົງ…

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນເຟືອງເລີມ, ຜູ້ອຳນວຍການສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຢູ່ ເກີນເທີ, ເນັ້ນໜັກວ່າ:

        “ເອກະສານຮ່ວມມື 18 ສະບັບລ້ວນແຕ່ສຸມໃສ່ບັນດາບັນຫາເຕັກໂນໂລຊີ, ບັນດາຂົງເຂດ logistics, ລະບົບມູນຄ່າຂະແໜງສິນຄ້າ. ພວກຂ້າພະເຈົ້າຕ້ອງການການຮ່ວມມື ບໍ່ພຽງແຕ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເທົ່ານັ້ນ ຫາກຍັງກັບບັນດາວິສາຫະກິດຢູ່ນອກເຂດ, ຢູ່ ຫວຽດນາມ, ພິເສດແມ່ນການຮ່ວມມືສາກົນອີກດ້ວຍ, ໃນນັ້ນມີ ໂຮນລັງ ເຊິ່ງແມ່ນປະເທດທີ່ມີບົດຮຽນປະສົບການກ່ຽວກັບການບຳບັດນ້ຳ, ບຳບັດທີ່ດິນ, ຊ່ວຍໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ພັດທະນາດ້ານກະສິກຳ, ກໍ່ຄື logistics ແລະ ການແລກປ່ຽນການຄ້າສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ