ວິສາຫະກິດຕ້ອງມີຍຸດທະສາດເພື່ອຮັບມືໃນເງື່ອນໄຂໃຫມ່

ວິສາຫະກິດຕ້ອງມີຍຸດທະສາດເພື່ອຮັບມືໃນເງື່ອນໄຂໃຫມ່ - ảnh 1
ພາບ​ປະ​ກອບ

(vovworld)- ວັນ​ທີ 15/4, ຢູ່ນ​ະ​ຄອນ ເກີນ​ເທີ, ຫ​ນັງ​ສື​ພິມ “ແມ່​ຂອງ​ທາມ” ຂຶ້ນ​ກັບ​ອົງ​ການ​ຂອງ​ສູນ​ກາງ​ສະ​ມາ​ຄົມ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສົນ​ທະ​ນາ - ພົວ​ພັນ​ແລກ​ປ່ຽນ ດ້ວຍ​ຫົວ​ຂໍ້​ວ່າ “ເສດ​ຖະ​ກິດ​ປີ 2017 ແລະ ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄລ​ຍະ​ໃຫມ່ - ບັນ​ດາ​ມາດ​ຕະ​ການ​ມີ​ປະ​ສິດ​ທິ​ຜົນ”. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ທ່ານ​ຟ້າມງອກ​ມີງ, ຫົວ​ຫ​ນ້າ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ ໃຫ້​ຮູ້​ວ່າ:

        “ສຳ​ລັບ​ວິ​ສາ​ຫະ​ກິດ​ໃນ​ການ​ເຊື່ອມ​ໂຍງ, ໃນ​ບັນ​ດາ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ນີ້, ຄະ​ນະ​ຄຸ້ມ​ຄອງ​ຂອງວິ​ສາ​ຫະ​ກິດ ຕ້ອງ​ມີ​ຍຸດ​ທະ​ສາດ ເພື່ອ​ຮັບ​ມື​ໃນ​ສະ​ພາບ​ການ​ໃຫມ່. ວິ​ສາ​ຫະ​ກິດ ຕ້ອງ​ຍົກ​ອອກ​ບັນ​ດາບັນ​ຫາ​ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ, ເພື່ອ​ປ່ຽນ​ໃຫມ່​ຜະ​ລິດ​ຕະ​ພັນ”

        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ ໄດ້​ແຈ້ງ​ໃຫ້​ຊາບ “ພາບ​ພົດ​ເສດ​ຖະ​ກິດ​ຫວຽດ​ນາມ, ເສດ​ຖະ​ກິດ​ໂລກ​ປີ 2017 ດ້ວຍ​ການ​ຄາດ​ຄະ​ເນເພື່ອ​ໃຫ້​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ຫວຽດ​ນາມ ກະ​ກຽມ​ສິ່ງ​ໃດ​ແດ່​ເພື່ອ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ ແລະ ເພີ່ມ​ຄຸນ​ຄ່າ​ວິ​ສາ​ຫະ​ກິດ, ບັນ​ດາ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ກັບ​ການ​ປະ​ຕິ​ວັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ 4.0 ແລະ ບັນ​ດາ​ຄວາມ​ຜົນ​ສະ​ທ້ອນ​ເຖິງ SME.


ຕອບກັບ

ຂ່າວ/ບົດ​ອື່ນ