ວິສາຫະກິດບໍລິການທ່ອງທ່ຽວ 11 ປະເທດເອີລົບ ສຳຫຼວດ, ຮ່ວມມືກັບການທ່ອງທ່ຽວ ຮ່າໂນ້ຍ

(VOVWORLD) - ໃນລາຍການນີ້, ບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ເອີລົບ ໄດ້ພົບປະແລກປ່ຽນໂດຍກົງ, ແນະນຳບັນດາຜະລິດຕະພັນການທ່ອງທ່ຽວ, ຜ່ານນັ້ນ ເພີ່ມທະວີການພົວພັນຮ່ວມມື ແລະ ບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວລະຫວ່າງບັນດາຝ່າຍ. 
ວິສາຫະກິດບໍລິການທ່ອງທ່ຽວ 11 ປະເທດເອີລົບ ສຳຫຼວດ, ຮ່ວມມືກັບການທ່ອງທ່ຽວ ຮ່າໂນ້ຍ - ảnh 1 ການພົບປະໄດ້ຮັບການຈັດຕັ້ງຢູ່ ຮ່າໂນ້ຍ

ຕອນບ່າຍວັນທີ  10 ຕຸລາ, ພະແນກທ່ອງທ່ຽວ ຮ່າໂນ້ຍໄດ້ສົມທົບກັບບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ຈັດຕັ້ງການພົບປະ, ສົ່ງເສີມການທ່ອງທ່ຽວກັບວິສາຫະກິດທ່ອງທ່ຽວ 22 ແຫ່ງທີ່ມາຈາກ 11 ປະເທດເອີລົບ. ນີ້ແມ່ນບັນດາການເຄື່ອນໄຫວນອນໃນລາຍການຕ້ອນຮັບແຂກທ່ອງທ່ຽວ ເອີລົບ ທີ່ມາຈາກບັນດາປະເທດຄື: ຝລັ່ງ, ໂຮນລັງ, ສະວິດ, ອີຕາລີ, ແອດສະປາຍ, ໂອຕຣິດ, ແບນຊິກ, ເຊັກໂກ, ແດນມາກ, ນອກແວ, ໂປໂລຍ ມາສຳຫຼວດການທ່ອງທ່ຽວຢູ່ ຮ່າໂນ້ຍ ແຕ່ວັນທີ 5 – 10 ຕຸລາ. ໃນລາຍການນີ້, ບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ເອີລົບ ໄດ້ພົບປະແລກປ່ຽນໂດຍກົງ, ແນະນຳບັນດາຜະລິດຕະພັນການທ່ອງທ່ຽວ, ຜ່ານນັ້ນ ເພີ່ມທະວີການພົວພັນຮ່ວມມື ແລະ ບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວລະຫວ່າງບັນດາຝ່າຍ. ນະທີ່ນີ້, ທ່ານ ເຈິ່ນດຶກຫາຍ, ຫົວໜ້າພະແນກການທ່ອງທ່ຽວຮ່າໂນ້ຍ ຢັ້ງຢືນວ່າ: ພະແນກການທ່ອງທ່ຽວຮ່າໂນ້ຍ ຈະສືບຕໍ່ໜູນຊ່ວຍສ້າງບັນດາເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດາບໍລິສັດການທ່ອງທ່ຽວ, ແຂກທ່ອງທ່ຽວເອີລົບ ມາຢ້ຽມຢາມ ຮ່າໂນ້ຍ. ຫວັງວ່າ, ການພົວພັນລະຫວ່າງນະຄອນຮ່າໂນ້ຍກັບບັນດານະຄອນຂອງບັນດາປະເທດ ເອີລົບ ຈະນັບມື້ນັບບັນລຸບັນດາໝາກຜົນສູງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ