ວິສາຫະກິດເຂດRichmond(ການາດາ)ປາດຖະໜາຢາກຮ່ວມມືການລົງທຶນກັບນະຄອນໂຮ່ຈີມິນ

ວິສາຫະກິດເຂດRichmond(ການາດາ)ປາດຖະໜາຢາກຮ່ວມມືການລົງທຶນກັບນະຄອນໂຮ່ຈີມິນ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 27/05, ທ່ານ ​ເຈີ່ນ​ຫວີງ​ຕ໋ວຽນ ຮອງ​ປະທານ​ຄະນະ​ກຳ​ທະ​ການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ວິ​ສາ​ຫະກິດ​ເຂດ Richmond (ກາ​ນາດາ)​ ​ໂດຍ​ທ່ານ Chak Au ກຳມະການ​ສະພານະຄອນ  Richmond ນຳ​ໜ້າ. ທີ່​ການ​ຕ້ອນຮັບ, ທ່ານ Chak Au ຖື​ວ່າ: ນະຄອນ ​ໂຮ່ຈີ​ມິນ ​ແມ່ນ​ນະຄອນ​ຂະຫຍັນ​ຂັນ​ເຄື່ອນ, ມີ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ສະດວກ ​ແລະ ມີ​ກ​ຳນົດທິດ​ພັດທະນາ​ເໝາະ​ສົມ​ກ່ຽວ​ກັບ​ຫລາຍ​ຂົງ​ເຂດ ​ເຊິ່ງບັນດາ​ວິ​ສາ​ຫະກິດ​ເຂດ Richmond ​ເອົາ​ໃຈ​ໃສ່. ບັນດາ​ວິ​ສາ​ຫະກິດ​ເຂດ Richmond ປາດ​ຖະນາ​ຢາກ​ມີ​ກາລະ​ໂອກາດ​ຊອກ​ຮູ້​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ຊອກ​ຫາ​ຄູ່​ຮ່ວມ​ມືດ້ານ​ການ​ຄ້າ, ກະ​ສິກຳ​ເຕັກ​ໂນ​ໂລ​ຢີສູງ, ການ​ສຶກສາ ​ແລະ ບ​ຳລຸງ​ສ້າງ…​ຢູ່​ນະຄອນ ​ໂຮ່ຈີ​ມິນ. ​ເມື່ອ​ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄະນະ​ວິ​ສາ​ຫະກິດ​ເຂດ Richmond, ທ່ານ ​ເຈີ່ນ​ຫວີງ​ຕ໋ວຽນ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ນະຄອນ​ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ ​ໃຫ​້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດທີ່ຢາກ​ລົງທຶນ; ພ້ອມ​ທັງ ປາດ​ຖະໜາ​ວ່າ: ຈະ​ມີ​ການ​ລົງ​ນາມ​ຮ່ວມ​ມື​ຢ່າງລະອຽດ​ລະ​ຫວ່າງ​ວິ​ສາ​ຫະກິດ 2 ຝ່າຍ​ໂດຍ​ໄວ ​. ຕາມ​ທ່ານ​ເຈີ່ນ​ຫວີງ​ຕ໋ວຽນ ​ແລ້ວ, ​ບັນ​ດາຂົງ​ເຂດ ​ເຊິ່ງວິ​ສາ​ຫະກິດ​ເຂດ Richmond ມີ​ທ່າ​ແຮງ ​ແມ່ນ​ບັນດາ​ຂົງ​ເຂດ​ ທີ່ນະຄອນ ​ໂຮ່ຈີ​ມິນ ​ເອົາ​ໃຈ​ໃສ່​ພັດທະນາ, ມຸ່ງ​​ໄປ​ເຖິງ​ການ​ກໍ່ສ້າງ​ນະຄອນ ​ໂຮ່ຈີ​ມິນ ຕາມ​ທິດ​ກາຍ​ເປັນ​ນະຄອນ​ຂຽວ, ທັນ​ສະ​ໄໝ, ມີ​ຄຸນ​ນະພາ​ບ​ໃນ​ການ​ດຳລົງ​ຊີວິດ​ດີທີ່​ສຸດ.

 

ຂ່າວ/ບົດ​ອື່ນ