ວິ​ຫານ​ເຈ​ົ້າ​ຊີ​ວິດ​ຮູ່ງ ຢູ່​ເກິ່ນ​ເທີ: ເຊື່ອມ​ຕໍ່ສິ່ງ​ສັກ​ສິດ​ກັບ​ວິ​ຫານເຈົ້າ​ຊີ​ວິ​ດ​ຮູ່ງ​ຢູ່​​ດິນ​ແດນພາກ​ເໜືອ

(VOVWORLD) - ຕອນຄ່ຳວັນທີ 6 ເມສາ, ນະຄອນເກິ່ນເທີໄດ້ຈັດຕັ້ງພິທີເປີດຕົວວິຫານ ເຈົ້າຊີວິດຮູ່ງ, ກິດຈະກຳວັດທະນະທຳສະແດງໃຫ້ເຫັນມູນເຊື້ອອັນລ້ຳຄ່າກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ" ຂອງຊາດ, ເພື່ອແນໃສ່ຈາລຶກຄຸນງາມຄວາມດີໃນການສ້າງສາປະເທດຊາດຂອງເຈົ້າຊີວິດຮູ່ງ ອົງຕ່າງໆ.

ວິ​ຫານ​ເຈ​ົ້າ​ຊີ​ວິດ​ຮູ່ງ ຢູ່​ເກິ່ນ​ເທີ: ເຊື່ອມ​ຕໍ່ສິ່ງ​ສັກ​ສິດ​ກັບ​ວິ​ຫານເຈົ້າ​ຊີ​ວິ​ດ​ຮູ່ງ​ຢູ່​​ດິນ​ແດນພາກ​ເໜືອ  - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ບັນດາການນຳປະຕິບັດພິທີເປີດນຳໃຊ້ວິຫານຮຸ່ງ

ເປີດສາກພິທີ, ຢູ່ວິຫານບູຊາເຈົ້າຊີວິດຮູ່ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຖະຫວາຍທູບທຽນດ້ວຍຄວາມເຄົາລົບນັບຖືເພື່ອ ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ເຈົ້າຊີວິດອົງຕ່າງໆ. ເມື່ອຂຽນໃສ່ປຶ້ມບັນທຶກຢູ່ວິຫານຮູ່ງ, ທ່ານປະທານປະເທດເຊື່ອໝັ້ນວ່າ ສະຖານທີ່ແຫ່ງນີ້ຈະເປັນບ່ອນເຕົ້າໂຮມຈິດວິນຍານບູຊາເຈົ້າຊີວິດອົງຕ່າງໆຢ່າງເຄັ່ງຂຶມຢູ່ເຂດດິນແດນພາກໃຕ້ ແລະ ເຊື່ອມຕໍ່ສິ່ງສັກສິດກັບວິຫານຮູ່ງ ຢູ່ເຂດດິນແດນພາກເໜືອ, ຄືເໜືອ - ໃຕ້ ປຽມເໝືອນຊາຍຄາດຽວກັນ,ພ້ອມກັນພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ. ກ່າວຄຳເຫັນທີພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ:

ຄວາມເຫຼື້ອມໃສໃນການບູຊາເຈົ້າຊີວິດຮູ່ງ ໄດ້ກາຍເປັນສີສັນວັດທະນະທຳຢ່າງເລິກເຊິ່ງ,ເປັນຫຼັກສິນທຳປະເພນີທີ່ຍືນຍົງ ສືບທອດກັນຜ່ານຫຼາຍລຸ້ນຄົນ, ເປັນການສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງບັນພະບູລຸດ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມກັນນັ້ນ, ນີ້ກໍ່ແມ່ນການເຄື່ອນໄຫວສັກກະລະບູຊາ, ພາວະນາຂໍໃຫ້ເຈົ້າຊີວິດຮຸ່ງ ຈົ່ງຄ້ຳຊູປະເທດມີຄວາມສະຫງົບ, ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ອາກາດເອື້ອອຳນວຍ, ລະດູເກັບກ່ຽວໄດ້ຮັບຜົນດີ, ປະເທດຊາດວັດທະນະຖາວອນ ແລະ ມີຄວາມໝາຍຢ່າງເລິກເຊິ່ງກ່ຽວກັບຄວາມຜູກພັນ, ຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນຂອງວົງຄະນະຍາດບັນດາເຜົ່າຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ