ວາງສະແດງບັນດາພາບຖ່າຍທີ່ສວຍງາມກ່ຽວກັບປະເທດຊາດ,ຊາວອາຊຽນຢູ່ຫາຍຟ່ອງ

(VOVWORLD) -ວັນທີ 07 ສິງຫາ, ຢູ່ສູນວາງສະແດງ ແລະ ວິຈິດສິນນະຄອນຫາຍຟ່ອງ, ໄດ້ໄຂງານວາງສະແດງ “ປະເທດຊາດ, ຊາວອາຊຽນ”.
ວາງສະແດງບັນດາພາບຖ່າຍທີ່ສວຍງາມກ່ຽວກັບປະເທດຊາດ,ຊາວອາຊຽນຢູ່ຫາຍຟ່ອງ - ảnh 1(ພາບຖ່າຍໜຶ່ງຢູ່ງານວາງສະແດງ)

ງານວາງສະແດງໄດ້ແນະນຳພາບຖ່າຍນັບຮ້ອຍແຜ່ນຂອງບັນດານັກສິລະປິນ ຂຶ້ນກັບ 10 ປະເທດອາຊຽນ, ເຊິ່ງໄດ້ຄັດເລືອກຈາກພາບຖ່າຍກວ່າ 10.000 ແຜ່ນ. ທ່ານນາງ ເຈີ່ນທິ້ຮ່ວາງມາຍ, ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ຫາຍຟ່ອງ, ໃຫ້ຮູ້ວ່າ:

        “ນີ້ແມ່ນການເຄື່ອນໄຫວວັດທະນະທຳສິລະປະທີ່ມີຄວາມໝາຍສຳຄັນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມສະໜິດຕິດພັນລະຫວ່າງບັນດາປະເທດ, ປະກອບສ່ວນສ້າງປະຊາຊົນອາຊຽນ ສາມັກຄີ, ຂະຫຍັນຂັນເຄື່ອນ, ພັດທະນາໃຫ້ກາຍເປັນພາກພື້ນສັນຕິພາບ ແລະ ວັດທະນາຖາວອນ. ສ້າງໂອກາດໃຫ້ປະຊາຊົນ ແລະ ເພື່ອນມິດສາກົນຢູ່ຫາຍຟ່ອງ ໄດ້ຮັບຊົມຄວາມງາມຂອງບັນດາປະເທດອາຊຽນ, ສ້າງເງື່ອນໄຂໃຫ້ປະເທດຕ່າງໆໄດ້ຍັບມໍ່ໃກ້ກັນ ເພື່ອພື້ນຖານວັດທະນະທຳອາຊຽນ ທິ່ເຕັມໄປດ້ວຍສີສັນ ແລະ ຫຼາຍຮູບຫຼາຍແບບໃນຄວາມເປັນເອກະພາບ”.

        ພາຍຫຼັງວາງສະແດງຢູ່ຫາຍຟ່ອງ, ງານວາງສະແດງຈະສືບຕໍ່ແນະນຳຢູ່ກວາງນິງ, ບາກລ້ຽວ ແລະ ຢູ່ “ງານບຸນຄຳອາຊຽນ” ໂດຍກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ