ວາງສະແດງຫົວເລື່ອງສະເພາະ “ລິ໋ເຊີນ - ມໍລະດົກວັດທະນະທຳທະເລ,ໝູ່ເກາະ”

(VOVWORLD) -ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ຫໍວາງສະແດງກອງຮ່ວາງຊາຫາຍ, ເມືອງ ລິ໋ເຊີນ, ຄະນະກຳມະການປະຊາຊົນເມືອງລິ໋ເຊີນ, ແຂວງກວາງງ້າຍ ໄດ້ຈັດງານວາງສະແດງຫົວເລື່ອງສະເພາະ “ລິ໋ເຊີນ - ມໍລະດົກວັດທະນະທຳທະເລ, ໝູ່ເກາະ”.

ວາງສະແດງຫົວເລື່ອງສະເພາະ “ລິ໋ເຊີນ - ມໍລະດົກວັດທະນະທຳທະເລ,ໝູ່ເກາະ” - ảnh 1ງານວາງສະແດງຫົວເລື່ອງສະເພາະ “ລິ໋ເຊີນ - ມໍລະດົກວັດທະນະທຳທະເລ,ໝູ່ເກາະ”

(ພາບ: daidoanket.vn)

ນີ້ແມ່ນການເຄື່ອນໄຫວນອນໃນບັນດາການເຄື່ອນໄຫວຂອງສັບປະດາວັດທະນະທຳ - ທ່ອງທ່ຽວລິ໋ເຊີນ ຄັ້ງອຳທິດປີ 2018, ເຊິ່ງດຳເນີນໃນລະຫວ່າງວັນທີ 29 ມິຖຸນາ - 02 ກໍລະກົດ.

      ມີພາບຖ່າຍ 80 ແຜ່ນ ແລະ ວັດຖຸພັນ, ເອກະສານ 50 ຢ່າງ ໄດ້ແນະນຳມາ່ວາງສະແດງໄດ້ເຕື້ອງເຖິງບັນດາເນື້ອໃນຄື: ມໍລະດົກທໍລະນີສາດພິເສດຂອງເກາະລິ໋ເຊີນ; ບັນດາຈຸດເປັນເອກະລັກສະເພາະທາງດ້ານວັດທະນະທຳ, ບັນດາການເຄື່ອນໄຫວຂຸດຄົ້ນທະເລ ແລະ ການເຂົ້າຮ່ວມປົກປັກຮັກສາອຳນາດອະທິປະໄຕທະເລ, ໝູ່ເກາະ… ນອກນັ້ນ, ງານວາງສະແດງຍັງໄດ້ແນະນຳບັນດາພາບຖ່າຍ, ແຜນທີ່ ແລະ ເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” ພິສູດໃຫ້ເຫັນວ່າ ຫວຽດນາມ ມີພື້ນຖານດ້ານກົດໝາຍ ແລະ ຫຼັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອຳນາດອະທິປະໄຕເຂດນ້ຳແດນດິນທີ່ສັກກະລະບູຊາ, ບໍ່ສາມາດຕັດແຍກອອກຈາກຊາດຫວຽດນາມ ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ