ວາງສະແດງແຜນທີ່ຢັ້ງຢືນອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ

ວາງສະແດງແຜນທີ່ຢັ້ງຢືນອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ  - ảnh 1
ຜູ້ນຳທ່ຽວແນະນຳໃຫ້ແຂກທ່ອງທ່ຽວແຜນທີ່ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ
(ພາບ: dantri.com)

(vovworld) - ວັນ​ທີ 2/2,​ຢູ່​ສະຖານ​ທີ່​ສາທາລະນະ​ຕ່າງໆ​ໃນ​ບໍລິ​ເວນ​​ແຂວງ ​​ແຄງ​ຮ່ວາ ​ໄດ້​ວາງສະ​ແດງ​ແຜນ​ທີ​່ເອກ​ກະສາ​ນ​ເດີມ 4 ​ແຜ່ນທີ່​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢູ່ ທະ​ເລ​ຕາ​ເວັນ​ອອກ. ​ແຜນ​ທີ່ 4 ​ແຜ່ນ​ດັ່ງກ່າວ​ລວມມີ: ​ແຜນ​ທີ່​ປະ​ເທດ ດ້າຍ​ນາມ ​ໂດຍ​ສະ​ໄໝລາດ​ຊະ​ວົງ ຫງວຽນ ສ້າ​ງຂຶ້ນ​ເມື່ອປີ 1834, ​ສະ​ແດງ​ໃຫ້​ເຫັນວ່າ: ຮ່ວາງ​ຊາ ​ແລະ ວ້ານລີ໋​ເຈື່ອງ​ຊາ ​ແມ່ນຂຶ້ນ​ກັບ​ຜືນ​ແຜ່ນດິນຂອງ ຫວຽດນາມ, ​ແຜນ​ທີ່​ປະ​ເທດ ອານ​ນາມ ​ໂດຍ​ທ່ານ Jean Louis Taberd (ຊາວ ຝຣັ່ງ) ​​ແຕ້ມ​​ເມື່ອປີ 1838 ທີ່​ສະ​ແດງ​ໃຫ້​ເຫັນ​​ວ່າ​ໝູ່​ເກາະ Paracel Seu ​ກາດ​ວ່າງ (ຫຼື ຮ່ວາງ​ຊາ) ​ແມ່ນຂຶ້ນ​ກັບ​ຫວຽດນາມ, ​ແຜນ​ທີ່​ສະ​ໄມ​ລາດ​ຊະ​ວົງ ຫວງ ​ໂດຍ​ສະ​ໄໝຊິງ ​ແຕ້ມ​ເມື່ອ​ປີ 1904 ສະ​ແດງ​​ໃຫ້​ເຫັນວ່າ​ຕອນໃຕ້​ສຸດ​ຂອງ​ຈີນ​ ພຽງ​ແຕ່​ຮອດ​ເກາະ ​ໄຫ​ໜາມ, ບໍ່​ມີ​ໝູ່​ເກາະ ຮ່ວາງຊາ ​ແລະ ​ເຈ່ືອງ​ຊາ ຂ​ອງ ຫວຽດນາມ, ​ແຜນ​ທີ່​ບັນດາ​​ ສະຖານີອຸຕຸນິຍົມ ອິນດູຈີນ​ໂດຍ ຝຣັ່ງ​ ແຕ້​ມ​ເມື່ອປີ 1940, ສະ​ແດງ​​ໃຫ້​ເຫັນ​ວ່າ ສະຖານີອຸຕຸນິຍົມ Pattle (​ແມ່ນຂຶ້ນ​ກັບ ຮ່ວາງ​ຊາ) ​ສະຖານີອຸຕຸນິຍົມ Itu Aba (ຂຶ້ນ​ກັບ​ເຈື່ອງ​ຊາ) ​ນີ້ແມ່ນ​ສະຖານີ ອຸຕຸນິຍົມ 2 ​ແຫ່ງສຳຄັນ​ທີ່​ສຸດ​ຢູ່ ອິນດູ​ຈີນ.

ຂ່າວ/ບົດ​ອື່ນ