ວາງສະແດງແຜນທີ່ແລະເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”ຢູ່ແທງຮ໋ວາ

(VOVWORLD) -ຕອນເຊົ້າວັນທີ 23 ມີນາ, ຢູ່ສູນວັດທະນະທຳເມືອງ ຈ້ຽວເຊີນ, ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງແທງຮ໋ວາ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ຈ້ຽວເຊີນ ໄຂງານວາງສະແດງແຜນທີ່, ວັດຖຸພັນ ແລະ ເອກະສານ “ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”.

ວາງສະແດງແຜນທີ່ແລະເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”ຢູ່ແທງຮ໋ວາ - ảnh 1 ມີວັດຖຸພັນ, ເອກະສານກວ່າ 200 ຢ່າງໄດ້ນຳມາວາງສະແດງຢູ່ງານວາງສະແດງຄັ້ງນີ້

(ພາບ: TTXVN)

ມີວັດຖຸພັນ, ເອກະສານກວ່າ 200 ຢ່າງໄດ້ນຳມາວາງສະແດງຢູ່ງານວາງສະແດງຄັ້ງນີ້ເປັນການຢັ້ງຢືນເຖິງວິວັດການສ້າງຕັ້ງ, ປະຕິບັດ ແລະ ປົກປັກຮັກສາອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ. ບັນດາວັດຖຸພັນ, ເອກະສານທີ່ໄດ້ນຳມາວາງສະແດງສ່ວນໜຶ່ງແມ່ນພະຍານຫຼັກຖານ, ພື້ນຖານດ້ານກົດໝາຍກ່ຽວກັບອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຢູ່ທະເລຕາເວັນອອກ. ງານວາງສະແດງໄດ້ເປີດປະຕູຮັບໃຊ້ປະຊາຊົນມາຢ້ຽມຊົມ, ຊອກຮູ້ຮອດວັນທີ 25 ມີນາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ