ວາງສະແດງແລະແນະນຳບັນດາຫົວເລື່ອງກ່ຽວກັບແມ່ຍິງຫວຽດນາມ

ວາງສະແດງແລະແນະນຳບັນດາຫົວເລື່ອງກ່ຽວກັບແມ່ຍິງຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) –  ​ວັນ​ທີ 7/4, ຫໍ​ພິ​ພິ​ດ​ຕະ​ພັນ​ແມ່​ຍິງ ພາກ​ໃຕ້​ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ໄຂ​ງານ​ວາງ​ສະ​ແດງ​ 2 ຫົວ​ເລື່ອງ “ແມ່​ຍິງ ຫວຽດ​ນາມ ປະ​ດິດ​ສ້າງ​ໃນ​ວິ​ທະ​ຍາ​ສາດ, ຂ​ະ​ຫຍັນ​ຂັນ​ເຄື່ອນ​ໃນ​ການ​ອອກ​ແຮງ​ງານ”, ແນະ​ນຳ​ວັດ​ຖຸ​ພັນ ແລະ ເອ​ກະ​ສານ 150 ຢ່າງ​ຈາກ​ບັນ​ດາ​ທ້ອງ​ຖິ່ນ​ກ່ຽວ​ກັບ​ການ​ອຸ​ທິດ​ສ່ວນ​ຂອງ​ແມ່​ຍິງ ຫວຽດ​ນາມ ປະ​ດິດ​ສ້າງ​ໃນ​ວິ​ທະ​ຍາ​ສາດ ແລະ ຂະ​ຫຍັນ​ຂັນ​ເຄື່ອນ​ໃນ​ການ​ອອກ​ແຮງ​ງານ ແລະ ພົບ​ປະ​ແລກ​ປ່ຽ​ນ​ກັບ​ບັນ​ດາ​ບຸກ​ຄົນ, ໝູ່​ຄະ​ນະ​ແມ່​ຍິງ​ທີ່​ໄດ້​ປະ​ກອບ​ສ່ວນ​ໃນ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ຄຽງ​ຄູ່​ກັນ​ນັ້ນ, ຫໍ​ພິ​ພິດ​ຕະ​ພັນ​ແມ່​ຍິງ ພາກ​ໃຕ້​ໄດ້​ແນະ​ນຳ​ບັນ​ດາ​ເອ​ກະ​ສານ​ຂອງ​ບຸກ​ຄົນ, ຊັບ​ສິນ, ວັດ​ຖຸ​ພັນ​ຂອງ​ພະ​ນັກ​ງານ​ຍິງ​ເຂົ້າ​ຮ່ວມ​ສົງ​ຄາມ​ຂອງ ໄຊ​່​ງ່ອນ - ເຈີ້​ເລີ໋ນ - ຢາດິ້ງ. ນີ້​ແມ່ນ​ພະ​ຍານ​ຫຼັກ​ຖານ​ກ່ຽວ​ກັບ​ໄລ​ຍະ​ທີ່​ອົງ​ອາດ​ກະ​ຫານ​ຂອງ​ຊາດ, ຕິດ​ພັນ​ກັບ​ຊື່​ສຽງ​ຮຽງ​ນາມ​ຂອງ​ປະ​ຊາ​ຊົນ​ນັບ​ໝື່​ນ​ຄົນ ທີ່​ໄດ້​ເສຍ​ສະຫຼະ​ເລືອດ​ເນື້ອ​ເພື່ອ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ.


ຂ່າວ/ບົດ​ອື່ນ