ວາງແຜນຜັງເຂດທະເລ ຫວຽດນາມ ເພື່ອມະຫາສະໝຸດຍືນຍົງ

(VOVWORLD) -ນີ້ແມ່ນການເຄື່ອນໄຫວເພື່ອຊ່ວຍໃຫ້ ຫວຽດນາມ ພັດທະນາເຂດທະເລແບບຍືນຍົງຢ່າງມີປະສິດທິຜົນກວ່າ.
ວາງແຜນຜັງເຂດທະເລ ຫວຽດນາມ ເພື່ອມະຫາສະໝຸດຍືນຍົງ - ảnh 1ທີ່ກອງປະຊຸມສຳມະນາ
(ພາບ: nhandan.vn)

        ວັນທີ 05 ມັງກອນ, ຢູ່ແຂວງ ກວາງບິ່ງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວາງບິ່ງ, ອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ສະຖານທູດ ນອກແວ ປະຈຳ ຫວຽດນາມ ຈັດກອງປະຊຸມສຳມະນາກ່ຽວກັບການວາງແຜນສັງລວມການຂຸດຄົ້ນ, ນຳໃຊ້ຊັບພະຍາກອນເຂດຝັ່ງທະເລແບບຍືນຍົງ ໄລຍະ 2021 – 2030, ວິໄສທັດຮອດປີ 2045. ນີ້ແມ່ນການເຄື່ອນໄຫວເພື່ອຊ່ວຍໃຫ້ ຫວຽດນາມ ພັດທະນາເຂດທະເລແບບຍືນຍົງຢ່າງມີປະສິດທິຜົນກວ່າ. ກອງປະຊຸມສຳມະນາເພື່ອເຮັດແຈ້ງບັນດາເນື້ອໃນຂອງການວາງແຜນຜັງ; ບົດບາດ, ຄວາມຮັບຜິດຊອບຂອງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ມາດຕະການແກ້ໄຂເພື່ອດຶງດູດ, ຊຸກຍູ້ການປະຕິບັດການວາງແຜນຜັງໃນຕົວຈິງຢ່າງແຮງ, ກໍ່ຄືການຄຸ້ມຄອງ ແລະ ຕິດຕາມກວດກາການປະຕິບັດການວາງແຜນຜັງໃນອະນາຄົດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງຮອງເອກອັກຄະລັດຖະທູດ ນອກແວ Mette Moglestue, ໃຫ້ຮູ້ວ່າ ດ້ວຍບົດຮຽນໃນການພັດທະນາການວາງແຜນຂຸດຄົ້ນ, ນຳໃຊ້ແຫຼ່ງຊັບພະຍາກອນເຂດຝັ່ງທະເລ, ສະຖານທູດ ນອກແວ ປາດຖະໜາຢາກແບ່ງປັນກັບ ຫວຽດນາມ ກ່ຽວກັບບົດຮຽນຂອງ ນອກແວ ໃນຂົງເຂດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ