ວາງ​ແຜນ​​ຜັງ​ເຂ​ດ​ໄຕ​ງວຽນ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ອະ​ນຸ​ລັກ​ຮັກ​ສາ​ສີ​ສັນ​ວັ​ດ​ທະ​ນະ​ທຳ

(VOVWORLD) - ຕອນບ່າຍວັນທີ 18 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເປັນປະທານກອງປະຊຸມສະພາປະເມີນການວາງແຜນຜັງເຂດໄຕງວຽນ ໄລຍະ 2021 – 2030, ວິໄສທັດຮອດປີ 2050 (ເວົ້າຫຍໍ້ວ່າ ວາງແຜນຜັງ).
ວາງ​ແຜນ​​ຜັງ​ເຂ​ດ​ໄຕ​ງວຽນ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ອະ​ນຸ​ລັກ​ຮັກ​ສາ​ສີ​ສັນ​ວັ​ດ​ທະ​ນະ​ທຳ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ 

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກວ່າ ການວາງແຜນຜັງເຂດໄຕງວຽນຕ້ອງສືບຕໍ່ເຂົ້າເຖິງລັກສະນະມີແບບມີແຜນ, ສັງລວມ, ຮອບດ້ານ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ, ປະສານສົມທົບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບດ້ວຍ ທ່າອ່ຽງໃນຍຸກສະໄໝ ເພື່ອໃຫ້ໄຕງວຽນ ບືນຕົວຂຶ້ນ ດ້ວຍຄຸນຄ່າໃໝ່. ໄປຄຽງຄູ່ກັນນັ້ນ, ກໍ່ໃຫ້ບຸລິມະສິດກຳນົດບັນດາຄຸນຄ່າທີ່ເປັນເອກະລັກສະເພາະຄື ອາກາດ, ທຳມະຊາດ, ຊີວະນາໆພັນ, ທໍລະນີສາດ, ແຫຼ່ງນ້ຳ, ວັດທະນະທຳ… ເພື່ອອະນຸລັກຮັກສາ ແລະ ສ້າງຄຸນຄ່າຊັບພະຍາກອນອັນລ້ຳຄ່າ, ກາຍເປັນແຫຼ່ງກຳລັງພັດທະນາທີ່ເປັນເອກະລັກສະເພາະ, ກົມກຽວກັບພູມີສາດ, ທັດສະນີຍະພາບ, ກຳນົດທິດໃຫ້ແກ່ພື້ນຖານໂຄງລ່າງເຊື່ອມຕໍ່ຄົມມະນາຄົມ ຕາມລະບົບນິເວດ, ລະບົບຄມູນຄ່າ, ແລວທາງເສດຖະກິດພາຍໃນເຂດ ແລະ ລະຫວ່າງເຂດ.

ກ່ຽວກັບບາງຂະແໜງເສດຖະກິດປາຍແຫຼມຂອງເຂດ, ທ່ານຮອງນາຍົກລັດຖະມົນຕີ ເຈາະຈິ້ມວ່າ ກະສິກຳຕ້ອງມີການປ່ຽນແປງຕາມທິດນຳໃຊ້ເຕັກໂນໂລຢີສູງ, ອໍແກນນິກ, ເພີ່ມຄຸນຄ່າຜ່ານການປຸງແຕ່ງ, ສ້າງເປັນຜະລິດຕະພັນແຫ່ງຊາດ, ສົ່ງເສີມພະລັງງານທົດແທນ ສົມທົບກັບ ການສະສົມພະລັງງານໄຟຟ້ານ້ຳຕົກ; ພັດທະນາເສດຖະກິດປ່າໄມ້, ຕະຫຼາດ carbon credit.

ຕອບກັບ

ຂ່າວ/ບົດ​ອື່ນ