ວາງ​ແຜນ​ຜັງ​ແຂວງ ຫວິງ​ຟຸກ ແລະ ຖ໊າຍ​ບິ່ງ ກາຍ​ເປັນ​ບັນ​ດາ​ສູນ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ລະ​ດັບ​ເຂດ​

(VOVWORLD) - ຫວິງຟຸກ ຈະສວມບົດບາດເປັນໜຶ່ງໃນບັນດາຂົ້ວພັດທະນາ, ເປັນແກ່ນສານຊຸກຍູ້ການພັດທະນາພື້ນຖານອຸດສາຫະກຳທັນສະໄໝຂອງເຂດທົ່ງພຽງແມ່ນ້ຳແດງ, ເປັນໜຶ່ງໃນ 3 ຂົ້ວເຕີບໂຕຂອງເຂດນະຄອນຫຼວງ ຮ່າໂນ້ຍ.
ວາງ​ແຜນ​ຜັງ​ແຂວງ ຫວິງ​ຟຸກ ແລະ ຖ໊າຍ​ບິ່ງ ກາຍ​ເປັນ​ບັນ​ດາ​ສູນ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ລະ​ດັບ​ເຂດ​ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ  (ພາບ: TTXVN)

ຕອນເຊົ້າວັນທີ 5 ມີນາ, ຄະນະກຳມະການປະຊາຊົນແຂວງ ຫວິງຟຸກ ໄດ້ຈັດກອງປະຊຸມປະກາດການວາງແຜນຜັງແຂວງ ຫວິງຟຸກ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຖືວ່າ ການວາງແຜນຜັງແຂວງ ຫວິງຟຸກ ໄດ້ຮັບການສ້າງຂຶ້ນດ້ວຍຈິນຕະນາການບຸກທະລຸ, ວິໄສທັດຍາວນານ; ຫວິງຟຸກ ຈະສວມບົດບາດເປັນໜຶ່ງໃນບັນດາຂົ້ວພັດທະນາ, ເປັນແກ່ນສານຊຸກຍູ້ການພັດທະນາພື້ນຖານອຸດສາຫະກຳທັນສະໄໝຂອງເຂດທົ່ງພຽງແມ່ນ້ຳແດງ, ເປັນໜຶ່ງໃນ 3 ຂົ້ວເຕີບໂຕຂອງເຂດນະຄອນຫຼວງ ຮ່າໂນ້ຍ.

ວາງ​ແຜນ​ຜັງ​ແຂວງ ຫວິງ​ຟຸກ ແລະ ຖ໊າຍ​ບິ່ງ ກາຍ​ເປັນ​ບັນ​ດາ​ສູນ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ລະ​ດັບ​ເຂດ​ - ảnh 2ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ (ພາບ: TTXVN)

        ກໍໃນຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນ ຖ໋າຍບິ່ງ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມກອງປະຊຸມວາງແຜນຜັງແຂວງ ຖ໋າຍບິ່ງ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ແລະ ສົ່ງເສີມການລົງທຶນ. ເປົ້າໝາຍຂອງການວາງແຜນຜັງນຳແຂວງ ຖ໋າຍບິ່ງ ພັດທະນາຢ່າງວ່ອງໄວ, ຮອບດ້ານ ແລະ ຍືນຍົງ ດ້ວຍເປົ້າໝາຍຮອດປີ 2030 ກາຍເປັນທ້ອງຖິ່ນນອນໃນກຸ່ມພັດທະນາດີ ແລະ ແມ່ນໜຶ່ງໃນບັນດາສູນພັດທະນາອຸດສາຫະກຳຂອງເຂດທົ່ງພຽງແມ່ນ້ຳແດງ.


ຕອບກັບ

ຂ່າວ/ບົດ​ອື່ນ