ວາງແຜນຮັບປະກັນຄວາມປອດໄພໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ລີບີ

ວາງແຜນຮັບປະກັນຄວາມປອດໄພໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ລີບີ - ảnh 1
ຄົນງານຫວຽດນາມ ຢູ່ລີບີ ກັບຄືນເມືອປະເທດ


(vovworld)- ຕອນ​ບ່າຍ​ວັນ​ທີ 31/7 ຕາມ​ເວລາ​ຫວຽດນາມ, ຫນ່ວຍ​ປະຕິບັດ​​ງານ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ ຕວກກີ ​ໂດຍ​ທ່ານ ຫງວຽນ​ເທ​​ເກືອ​ງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ ຕວກກີ ນຳ​ຫນ້າ ​ໄດ້​ເດີນທາງ​ເຖິງ Istanbul ​ເພື່ອ​ພົບ​ປະ​ກັບ ຄົນ​ງານ​ຫວຽດນາມ 93 ຄົນ ​ທີ່​ຍັງ​ເຫລືອ​ໃນ​ຈຳນວນຄົນງານ ຫວຽດນາມ ຢູ່ ລີບີ 206 ຄົນທີ່ຖືກຍ້າຍ​ໄປ ຕວກກີ ​ເພື່ອ​ກັບເມືອ​ປະ​ເທດ. ​ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ຫງວຽນ​ເທ​​ເກືອ​ງ ​ໃຫ້​ຮູ້​ວ່າ: ປະຈຸບັນຫນ່ວຍ​ປະຕິບັດ​ງານຂອງ​ສະຖານທູດ​ຫວຽດນາມ ປະ​ຈຳ ຕວກກີ ​ໄດ້​ພົບ​ປະ​ກັບ​ກຳມະກອນຫວຽດນາມ ທີ່​ຍັງ​ເຫລືອ 93 ຄົນ ​ແລະ ຈະ​​ເຮັດ​ວຽກ​ກັບ​ບໍລິສັດ​ຂອງ ຕວກກີ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ສົ່ງ​ຈຳນວນ​ຄົນ​ງານ​ດັ່ງກ່າວ​ກັບ​​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ​​ໂດຍ​ໄວ.

        “ພວກ​ຂ້າພະ​ເຈົ້າ​ກະກຽມ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ເພື່ອ​ຫນູນ​ຊ່ວຍ​ຄົນ​ງານ​ຫວຽດນາມ, ພິ​ເສດ​ແມ່ນ​ເບິ່ງ​ແຍງ​ສຸຂະພາບ. ພວກ​ຂ້າພະ​ເຈົ້າ​ໄດ້​ສົ່ງ​ຈົດໝາຍ​ທາງການ​ໃຫ້​ແກ່​ອົງການ​ອົບ​ພະຍົບສາກົນ (IOM) ຢູ່ Ankara ​ແລະ Istanbul. ພວກ​ຂ້າພະ​ເຈົ້າ​ກໍ່ຈະ​ເຮັດ​ວຽກ​ໂດຍ​ກົງ​ກັບ​ຫ້ອງການ​ຜູ້ຕາງຫນ້າ IOM ປະຈຳ Istanbul ​ເພື່ອ​ຊອກ​ຫາ​ຂ່າວ​ຄາວຕື່ມອີກ​ກ່ຽວ​ກັບ​ບັນດາ​ກຸ່ມຄົນ​ງານ​ອື່ນ​ຂອງ​ຫວຽດນາມ ຖ້າ​ຫາກ​ມີ.”

        ​ໃນ​ຂະນະ​ນັ້ນ ສະຖານທູດ​ຫວຽດນາມ ປະຈຳ ລີ​ບີ ກໍ​ໄດ້​ວາງ​ແຜນ​ຮັບປະກັນ​ຄວາມ​ສະຫງົບປອດ​ໄພ​​ໃຫ້​ແກ່​ສຳນັກງານ, ບັນດາ​ພະນັກງານ, ລັດຖະກອນ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່ ລີ​ບີ ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ