ວາລະຊັກຖາມ ແລະ ຕອບຄຳຊັກຖາມມີການປ່ຽນແປງຫລາຍຢ່າງ

(VOVWORLD) - ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ສະພາແຫ່ງຊາດໄດ້ດຳເນີນບັນດາວາລະຊັກຖາມ ແລະ ຕອບຄຳຊັກຖາມໃນລະຫວ່າງວັນທີ 30 ຕຸລາ - 01 ພະຈິກ. 

ຕາມຜູ້ມີສິດເລືອກຕັ້ງ ຫງວຽນ ວັນ ວິ້ງ ຢູ່ເມືອງ ອານລາວ, ນະຄອນ ຫາຍຟ່ອງ ຕີລາຄາວ່າ ວາລະຊັກຖາມທີ່ກອງປະຊຸມສະໄໝສາມັນຄັ້ງນີ້ ມີການປ່ຽນແປງຫລາຍຢ່າງ, ຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ, ທ່ານກ່າວວ່າ:

        ໃນວາລະຊັກຖາມ, ຂ້າພະເຈົ້າເຫັນວ່າ ສະພາແຫ່ງຊາດໄດ້ມີການປ່ຽນແປງຫລາຍຢ່າງ. ທີ 1 ແມ່ນບໍ່ຊັກຖາມຕາມກຸ່ມບັນຫາຄືປົກກະຕິ. ທີ 2 ແມ່ນຊັກຖາມບັນດາສະມາຊິກລັດຖະບານທັງໝົດ, ບັນດາລັດຖະມົນຕີທີ່ກ່ຽວຂ້ອງ ແລະ ບໍ່ສະເໜີລັດຖະມົນຕີ 2, 3 ທ່ານຕອບຄຳຊັກຖາມຄືເມື່ອກ່ອນນີ້.

        ໃນຂະນະນັ້ນ, ຜູ້ມີສິດເລືອກຕັ້ງ ຫງວຽນ ທິ ເຟືອງ ຖາວ ຢູ່ແຂວງ ລາຍເຈົາ ກໍ່ເຫັນດີເຫັນພ້ອມຕໍ່ບັນດາມາດຕະການ ເຊິ່ງບັນດາລັດຖະມົນຕີຍົກອອກມາ ເພື່ອແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ, ຈຳກັດໃນວຽກງານບໍລິຫານປັດຈຸບັນ.

        ເບິ່ງລວມແລ້ວ, ບັນດາສະມາຊິກລັດຖະບານ ລ້ວນແຕ່ຮັບຮູ້ ແລະ ຕອບຄຳຊັກຖາມຊື່ຕົງເຂົ້າບັນດາບັນຫາ ໂດຍບັນດາສະມາຊິກສະພາແຫ່ງຊາດຍົກອອກມາ. ໃນນັ້ນ, ເມື່ອຕອບຄຳຊັກຖາມ ລັດຖະມົນຕີບາງທ່ານກໍ່ໄດ້ຮັບຮູ້ຢ່າງກົງໄປກົງມາຕໍ່ສິ່ງຈຳກັດຂອງຂະແໜງ ຕົນ ແລະ ໄດ້ຍົກອອກບັນດາມາດຕະການລະອຽດ ເພື່ອແກ້ໄຂ.

 

ຕອບກັບ

ຂ່າວ/ບົດ​ອື່ນ