ວາລະປະຊຸມຄັ້ງທີ 25 ຄະນະປະຈຳສະພາແຫ່ງຊາດ: ເລີ່ມເຄື່ອນໄຫວການຊັກຖາມ ແລະ ຕອບຄຳຊັກຖາມ

(VOVWORLD) - ໃນຕອນເຊົ້າ, ສະມາຊິກສະພາແຫ່ງຊາດໄດ້ຊັກຖາມບັນດາໝວດບັນຫາຂຶ້ນກັບໜ້າທີ່ຄວາມຮັບຜິດຊອບຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ເລແທ່ງລອງ
ວາລະປະຊຸມຄັ້ງທີ 25 ຄະນະປະຈຳສະພາແຫ່ງຊາດ: ເລີ່ມເຄື່ອນໄຫວການຊັກຖາມ ແລະ ຕອບຄຳຊັກຖາມ - ảnh 1ທ່ານລັດຖະມົນຕີກະຊວງຍຸຕິທຳ ເລແທ່ງລອງ ຕອບຄຳຊັກຖາມ
(ພາບ: TTXVN)

        ຕອນເຊົ້າວັນທີ 15 ສິງຫາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ, ໃນຂອບເຂດວາລະປະຊຸມຄັ້ງທີ 25, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດວາລະຊັກຖາມ ແລະ ຕອບຄຳຊັກຖາມ. ເຂົ້າຮ່ວມວາລະຊັກຖາມຢູ່ສະຖານທີ່ເຊື່ອມຕໍ່ຫຼັກຢູ່ຫໍສະພາແຫ່ງຊາດມີທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ.

        ໃນຕອນເຊົ້າ, ສະມາຊິກສະພາແຫ່ງຊາດໄດ້ຊັກຖາມບັນດາໝວດບັນຫາຂຶ້ນກັບໜ້າທີ່ຄວາມຮັບຜິດຊອບຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ເລແທ່ງລອງ, ຄື: ມາດຕະການແກ້ໄຂການຍົກສູງຄຸນນະພາບລະບົບກົດໝາຍ; ສະພາບຕົວຈິງ ແລະ ມາດຕະການແກ້ໄຂຂໍ້ຄົງຄ້າງ, ຍົກສູງປະສິດທິຜົນວຽກງານການປະມູນຊັບສົມບັດ ແລະ ວຽກງານການປະເມີນດ້ານຕຸລາການ. ກ່າວຄຳເຫັນທີ່ວາລະຊັກຖາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ, ນີ້ລ້ວນແຕ່ແມ່ນບັນດາບັນຫາຈຳເປັນຢ່າງຮີບດ່ວນ ເຊິ່ງຜູ້ມີສິດເລືອກຕັ້ງ, ປະຊາຊົນ ແລະ ບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈ.

        ຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດໄດ້ຊັກຖາມທ່ານ ເລມິນຮວານ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກ່ຽວກັບ: ມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ; ການເຄື່ອນໄຫວຂຸດຄົ້ນ, ປົກປັກຮັກສາ ແລະ ພັດທະນາແຫຼ່ງສິນໃນນ້ຳ, ມາດຕະການແກ້ໄຂບັດເຫຼືອງຂອງຄະນະກຳມະການ ເອີລົບ ສຳລັບສິນໃນນ້ຳ; ການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ສົ່ງອອກເຂົ້າສານໃນໄລຍະປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ