ວາລະປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດຈະໄຂຂຶ້ນໃນວັນທີ 13 ພຶດສະພາ

(VOVWORLD) - ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນໃສ່ບົດລາຍງານຕິດຕາມການແກ້ໄຂ, ຕອບຂໍ້ສະເໜີແນະເຊິ່ງຜູ້ມີສິດເລືອກຕັ້ງສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV
ວາລະປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດຈະໄຂຂຶ້ນໃນວັນທີ 13 ພຶດສະພາ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ງແທັງເໝີນ
(ພາບ: TTXVN)

ວາລະປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດຈະດຳເນີນໄປໃນເວລາ 3 ວັນ, ແຕ່ວັນທີ 13 – 15 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ງແທັງເໝີນ ພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດ ພັດປ່ຽນບໍລິຫານດ້ານເນື້ອໃນຂອງວາລະປະຊຸມ.

ໃນວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານອັກຄີໄພ ແລະ ກູ້ໄພກູ້ຊີບ; ຮ່າງມະຕິທົດລອງການຈັດຮູບແບບອຳນາດການປົກຄອງເຂດຕົວເມືອງ ແລະ ກົນໄກ, ນະໂຍບາຍພິເສດສະເພາະພັດທະນານະຄອນ ດ່ານັ້ງ ຈຳນວນໜຶ່ງ; ທົດລອງກ່ຽວກັບການເພີ່ມເຕີມກົນໄກ, ນະໂຍບາຍພິເສດສະເພາະພັດທະນາແຂວງ ເງະອານ ຈຳນວນໜຶ່ງ.

ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນໃສ່ບົດລາຍງານຕິດຕາມການແກ້ໄຂ, ຕອບຂໍ້ສະເໜີແນະເຊິ່ງຜູ້ມີສິດເລືອກຕັ້ງສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV; ພິຈາລະນາບົດລາຍງານວຽກງານຄົ້ນຄວ້າຂອງສະພາແຫ່ງຊາດເດືອນ ເມສາ 2024…

ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດກໍ່ຈະປະກອບຄຳເຫັນຕໍ່ການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຄາດວ່າຈະຈັດຂຶ້ນໃນວັນທີ 20 ພຶດສະພາ ແລະ ສະຫຼຸບກອງປະຊຸມວິສາມັນຄັ້ງທີ 7, ສະພາແຫ່ງຊາດຊຸດທີ XV ທີ່ໄດ້ຈັດຂຶ້ນວັນທີ 02 ພຶດສະພາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ