ວາລະປະຊຸມຄັ້ງທີ41,ຄະນະປະຈຳສະພາແຫ່ງຊາດ

ວາລະປະຊຸມຄັ້ງທີ41,ຄະນະປະຈຳສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) – ​​​ໂດຍ​ສືບ​ຕໍ່​​ວາລະ​ປະຊຸມ​ຄັ້ງ​ທີ 41, ຕອນ​ເຊົ້າ​ວັນ​ທີ 23/09, ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍພົນ​ທະຫານວິຊາການ ​ແລ​ະ ກຳມະກອນ, ລັດຖະກອນ​ປ້ອ​ງກັນ​ປະ​ເທດ, ຮ່າງ​ກົດໝາຍ​ໄດ້​ກຳນົດ​ແຈ້ງ​ທີ່​ຕັ້ງ, ບົດບາດ​ໜ້າ​ທີ່​ຂອງ​ພົນທະຫານ​ວິຊາ​ການ, ກຳມະກອນ, ລັດຖະກອນ​ປ້ອງ​ກັນ​ປະ​ເທດ. ທີ່​ວາລະ​ປຶກສາ​ຫາລື, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້​ກົດໝາຍ ​ເພື່ອ​ໃຫ້​​ເໝາະ​ສົມ​ກັບ​ລັດ​ທຳ​ມະນູນ ກ່ຽວ​ກັບ​ສິດອຳນາດ​ຂອງ​ສະພາ​ແຫ່ງ​ຊາດ ກຳນົດ​ລະບົບ​ຊັ້ນ​ຕຳ​ແໜ່​ງຂອງພົນ​ທະຫານວິຊາການ, ສິດ ​ແລະ ພັນທະ​ຂອງພົນ​ທະຫານວິຊາການ ​ແລະ ກຳມະກອນ, ລັດຖະກອນ​ປ້ອງ​ກັນຊາ​ດ. ກົດໝາຍ​ປະກາດ​ໃຊ້​ຈະ​ຮັບປະກັນຄວາມ​ເປັນ​ເອກະ​ພາບ, ຄົບ​ຊຸດ​ກັບ​ຂໍ້​ກຳນົດ​ຂອງ​ບັນດາ​ກົດໝາ​ຍອື່ນໆ, ສ້າງ​ພື້ນຖານ​ນິຕິ​ກຳ​ຢ່າງ​ຄົບ​ຊຸດ, ປະກອບສ່ວນ​ສ້າງ​ກອງທັບ​ປະຊາຊົນ​ຫວຽດນາມ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ສະພາບ​ການ​ໃໝ່.

        ​ໃນ​ຕອນ​ບ່າຍ, ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ຕິດຕາມ​ກວດກາ ກ່ຽວ​ກັບ​ການ​ປະຕິບ​ບັດ​ນະ​ໂຍບາຍ, ກົດໝາຍກ່ຽບກັບການ​ພັດທະນາ​ເສດຖະກິດ ທົ​ມທົບກັບ​ການ​ຮັບປະກັນ​​ປ້ອງກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ​ຍຸດ​ທະ​ສາດ (ຈຸດ​ສຸມ​ແມ່ນ​ຢູ່​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ, ​ໄຕ​ງວຽນ, ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຂອງ​ຫວຽດນາມ).

ຂ່າວ/ບົດ​ອື່ນ