ວາລະປະຊຸມທີ 14 ຂອງຄະນະປະຈຳ ສະພາແຫ່ງຊາດຊຸດທີ 13

ວາລະປະຊຸມທີ 14 ຂອງຄະນະປະຈຳ ສະພາແຫ່ງຊາດຊຸດທີ 13 - ảnh 1
ວາລະປະຊຸມ​ທີ 14 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: chinhphu.vn)
ວັນ​ທີ 15/01, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ເຮັດ​ວຽກ​ມື​້ທີ 2 ຂອງ​ວາລະປະຊຸມ​ທີ 14. ​ໃນ​ລະຫວ່າງ​ວັນ​ທີ 14 – 16/01, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍວ່າ​ດ້ວຍການປ້ອງ​ກັນ, ຫຼີກ​ລ້ຽງ, ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ; ຮ່າງກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບປັບປຸງ). ພິ​ເສດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ ມະຕິ​ແນະນຳ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​​ການ​ລົງ​ຄະ​ແນ​ນສຽງໄວ້​ວາງ​ໃຈ ​ແລະ ປ່ອນ​ບັດໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ.
ຂ່າວ/ບົດ​ອື່ນ