ວຽກງານກະກຽມໃຫ້ການເລືອກຕັ້ງ ສສຊ ຊຸດທີ14ແລະ ສະພາປະຊາຊົນຂັ້ນແຂວງອາຍຸການ2016-2021

ວຽກງານກະກຽມໃຫ້ການເລືອກຕັ້ງ ສສຊ ຊຸດທີ14ແລະ ສະພາປະຊາຊົນຂັ້ນແຂວງອາຍຸການ2016-2021 - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທ​ດ ດັ້ງ​ທິ​ງອກ​ທິ້ງ
ເ​ຮັດ​ວຽກ​ກັບແຂວງທ້າຍ​ບິ່ງ
(ພາບ: TTXVN)

(vovworld) - ວັນ​ທີ 27/04, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​​​ກຳ​ມະ​ກາ​ນເລືອກ​ຕັ້ງ​ແຫ່ງ​ຊາດ ໂດຍ​ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທ​ດ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ດັ້ງ​ທິ​ງອກ​ທິ້ງ ເປັນ​ຫົວ​ໜ້າ​ຄະ​ນະໄດ້​ລົງ​ກວດ​ກາ​ວຽກ​ງານ​ກະ​ກຽມໃຫ້​ແກ່​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016 – 2021 ຢູ່​ແຂວງ ນາມດິ້ງ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ໄດ້​ຕີ​ລາ​ຄາ​ສູ​ງ​ເລື່ອງ ນາມດິ້ງ ໄ​ດ້​ເປັນ​ເຈົ້າ​ການ​, ຮີບ​ເຮັ່ງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ກະ​ກຽມ​ໃຫ້​ການ​ເລືອກ​ຕັ້ງ​ຢ່າງ​ຄົບ​ຊຸດ, ຖືກ​ຕາມ​ກົດ​ໝາຍ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ກໍ​ໃສ່​ໃຈ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແຂວງ ຕ້ອງ​ສືບ​ຕໍ່​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​​ໃຫ້​ປະ​ຊາ​ຊົນເຂົ້າ​ໃຈ​ແຈ້ງ​ພັນ​ທ​ະ, ສິດ​​ຜົນ​ປະ​ໂຫຍດຂອງ​ຕົນ​ສຳ​ລັບ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ ແມ່ນ​ການ​ປະ​ກອບ​ສ່ວນ​ສ້າງ​ລັດ​ແຫ່ງ​ນິ​ຕິ​ບັນ​ຍັດ​​ຂອງ​ປະ​ຊາ​ຊົນ​ ໂດຍ​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນຢ່າງ​ແທ​້​ຈິງ …​ແລະ ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ກໍ່ໄ​ດ້​ລົງ​ກ​ວດ​ກາ​ວຽກ​ງານ​ກະ​ກ​ຽມ​ການ​ເລືອກ​ຕັ້ງ​ຢ່​ູແຂວງ​ທ໋າຍ​ບິ່ງ.

        ແລະ​ກໍ່​ໃນ​ວັນ​ທີ 27/04, ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຄື​ລາຍ​ເຈົາ, ກອນ​ຕຸມ, ຟ​ຸ໋​ອຽນ ​ເລີ່ມ​ຕົ້ນ​​ຜັນ​ຂະ​ຫຍາຍ​ແຜນ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂົນ​ຂວາຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນແຂວງ ອາ​ຍຸ​ການ 2016 – 2021 ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ