ວຽກງານຂົນຂວາຍປະຊາຊົນປະກອບສ່ວນກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ

(VOVWORLD) -ກອງປະຊຸມໄດ້ຮັບຮູ້ບັນດາຂໍ້ລິເລີ່ມ, ມາດຕະການເພື່ອແນໃສ່ສືບຕໍ່ປະຕິບັດວຽກງານໂຄສະນາຂົນຂວາຍທີ່ເລິກເຊິ່ງກວ້າງຂວາງໃນໝູ່ປະຊາຊົນ ຢ່າງມີປະສິດທິຜົນ...

ວຽກງານຂົນຂວາຍປະຊາຊົນປະກອບສ່ວນກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ - ảnh 1 ກອງປະຊຸມແລກປ່ຽນບົດຮຽນໃນວຽກງານຂົນຂວາຍປະຊາຊົນຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ

(ພາບ: Phuong Hoa/TTXVN)

ຕອນບ່າຍວັນທີ 4 ກັນຍາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມແລກປ່ຽນບົດຮຽນໃນວຽກງານຂົນຂວາຍປະຊາຊົນຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ. ກອງປະຊຸມໄດ້ຮັບຮູ້ບັນດາຂໍ້ລິເລີ່ມ, ມາດຕະການເພື່ອແນໃສ່ສືບຕໍ່ປະຕິບັດວຽກງານໂຄສະນາຂົນຂວາຍທີ່ເລິກເຊິ່ງກວ້າງຂວາງໃນໝູ່ປະຊາຊົນ ຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນລຸ້ນໜຸ່ມຢູ່ບັນດາແຂວງ ຕິດກັບຊາຍແດນຂອງສອງປະເທດ ສືບຕໍ່ຮັບຮູ້ກ່ຽວກັບສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ, ກ່ຽວກັບແນວທາງ, ແຜນນະໂຍບາຍ ຂອງສອງພັກ, ນະໂຍບາຍ, ກົດໝາຍ ຂອງສອງລັດ ຢ່າງເລິກເຊິ່ງ; ສະເໜີແນະບັນດາມາດຕະການໃນການນໍາສະເໜີຂໍ້ມູນຂ່າວສານ, ການໂຄສະນາ ກ່ຽວກັບບັນດາລາຍການ, ການເຄື່ອນໄຫວຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ຢ່າງກວ້າງຂວາງ, ປະກອບສ່ວນສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ການພັດທະນາຂອງແຕ່ລະປະເທດ.

        ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານນາງ ເຈື່ອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດຫວຽດນາມ ຢັ້ງຢືນວ່າ: ກອງປະຊຸມແລກປ່ຽນບົດຮຽນໃນວຽກງານຂົນຂວາຍປະຊາຊົນ ຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ແມ່ນເຫດການທີ່ສໍາຄັນ ແລະພົ້ນເດັ່ນໃນປີ 2018 ຂອງວຽກງານຂົນຂວາຍປະຊາຊົນຂອງແຕ່ລະພັກ, ພິເສດແມ່ນວຽກງານຂົນຂວາຍປະຊາຊົນທຸກຊັ້ນວັນນະ ຢູ່ບັນດາແຂວງຕິດກັບຊາຍແດນລະຫວ່າງສອງປະເທດ, ອັນໄດ້ປະກອບສ່ວນສ້າງເສັ້ນຊາຍແດນຫວຽດນາມ - ລາວ ເປັນເສັ້ນຊາຍແດນແຫ່ງການສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ ຢ່າງໝັ້ນຄົງ. 

ຕອບກັບ

ຂ່າວ/ບົດ​ອື່ນ