ວຽກງານບຳລຸງສ້າງ ພະນັກງານຕິດພັນກັບ ວຽກງານກໍ່ສ້າງພັກ

ວຽກງານບຳລຸງສ້າງ ພະນັກງານຕິດພັນກັບ ວຽກງານກໍ່ສ້າງພັກ - ảnh 1
(ທ່ານ​ເລ​ຮົ່ງ​​ແອ​ງ, ກຳມະການ​ກົມ​ການ​ເມືອງ,
ຜູ້​ປະຈຳກາ​ນຄະນະ​ເລຂາສູນ​ກາງ​ພັກ)

(vovworld) - ວຽກ​ງານ​ບຳລຸງ​ສ້າງ​ພະນັກງານ​ຕິດ​ພັນ​ກັບວຽກ​ງານ​ກໍ່ສ້າງ​ພັກ. ນີ້​ແມ່ນ​ຄຳ​ຢືນຢັນ ທ່ານ​ເລ​ຮົ່ງ​​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳກາ​ນຄະນະ​ເລຂາສູນ​ກາງ​ພັກ, ​​ທີ່​ພິທີ​ໄຂ​ສົກຮຽນ​ໃໝ່ 2014 – 2015 ຂອງ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ​, ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 12/9 ຢູ່​ຮ່າ​ໂນ້ຍ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ສົກຮຽນ​ໃໝ່, ທ່ານ ​ເລ​ຮົ່ງ​ແອ​ງ, ຖື​ວ່າ​: ຫວນ​ຄືນ​ໄລຍະ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ພາລະກິດ​ການ​ປະ​ຕິ​ວັດ ຫວຽດນາມ ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ມີ​ຄວາມ​ໝາຍ​ປະຫວັດສາດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສະພາ​ບການ​ພາຍ​ໃນ​ປະ​ເທດ ​ແລະ ​ໂລກ ​​ໄດ້​ພາ​ໃຫ້​ປະ​ເທດ​ຊາດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງທ້າ​ທາຍ​ຫຼາຍ​ຢ່າງ. ​ແລະ​ໃນ​ສະພາບ​ການ​ນັ້ນ, ຫວຽດນາມ ຈະມີ​ຄວາມ​ສະຖຽລະ​ພາບ ​ແລະ ​ພັດທະນາ​ກ້າວ​ຂຶ້ນໄດ້ ຫຼືບໍ່? ແມ່ນ​ຕ້ອງ​ຂຶ້ນ​ກັບ​ຂອບ​ຂະໜາດ ​ແລະ ຄຸນ​ນະພາ​ບຂອງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ໃນ​ນັ້ນ, ຖັນ​ແຖວ​ພະນັກ​ງານ, ການ​ນຳ, ນັກ​ຄຸ້ມ​ຄອງ​ຫຼັກ​​ແຫຼ່ງຂອງ​ທຸກ​ຂະ​ແໜງ​ການ, ​ຂັ້ນ​​ຕ່າງໆແມ່ນ​ສຳຄັນ​ທີ່​ສຸດ. ທ່ານ ​ເລ​ຮົ່ງ​ແອ​ງ, ຢັ້ງຢືນ​ວ່າ:

        “ຖັນ​ແຖວ​ພະນັກງານ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ອົບຮົມ​, ຝຶກ​ຝົນຫຼໍ່​ຫຼອມ​ກາຍ​ເປັນ​ຜູ້ມີ​ຄວາມ​​ເກັ່ງ​ກ້າສາມາດ​ຂອງ​ປະ​ເທດ​ຊາດ, ມີ​​ແບບ​ແຜນຂອງ​ພະນັກງານ​ປະຕິວັດ, ມີ​ຄວາມ​ສາມາດ ​ແລະ ຈິນຕະນາການ ​ແລະ ກຳລັງ​ຄວາມ​ສາມາດ​ເຄື່ອນ​ໄຫ​ວຕົວ​ຈິງ, ມີ​ກຳລັງ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ຮັບຜິດຊອບ​ໜ້າ​ທີ່​ອັນ​ໜັກໜ່ວງ, ສັບສົນ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​​ປະ​ເທດ​ຊາດເປັນ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ.”

 


ຂ່າວ/ບົດ​ອື່ນ