ວຽກງານພັກຢູ່ຕ່າງປະເທດຕ້ອງປ່ຽນໃໝ່ຮອບດ້ານ,ແຮງແລະເລິກເຊິ່ງ

ວຽກງານພັກຢູ່ຕ່າງປະເທດຕ້ອງປ່ຽນໃໝ່ຮອບດ້ານ,ແຮງແລະເລິກເຊິ່ງ - ảnh 1
ທ່ານເລຮົ່ງແອງ ກ່າວຄຳເຫັນຊີ້ນຳຂອງປະຊຸມ
(ພາບປະກອບ)


(vovworld) - ກອງ​ປະຊຸມ​ວຽກ​ງານ​ພັກ​ຕ່າງປະ​ເທດ​ປີ 2013 ຖື​ກຈັດ​ຂຶ້ນ​ໃນ​ວັນ​ທີ 23/12 ຢູ່ ຮ່າ​ໂນ​້ຍ ​ເພື່ອ​ແນ​ໃສ່​ຕີ​ລາຄາ 3 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ກຳນົດ​ທິດ​ທາງ, ໜ້າ​ທີ່​ຂອງ​ຄະນະ​ພັກ​ໃນ​ຊຸມ​ປີ​ຕໍ່​ໄປ.

        ຜ່ານ 3 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ, ວຽກ​ງານ​ພັກ​ຢູ່​ຕ່າງປະ​ເທດ​ບັນລຸ​ໄດ້​ບັນດາ​ໝາກຜົນ​ພົ້ນ​ເດັ່ນ. ບັນ​ດາ​ອົງການ​ຜູ້ຕາງໜ້າ​ໄດ້​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ທາງ​ດ້ານການ​ທູ​ດຮັບ​ໃຊ້​ເສດຖະກິດ, ການ​ທູດ​ວັດທະນະທຳ, ພ້ອມ​ທັງ​ປະຕິບັດ​ວຽກ​ງານ​ໂຄສະນາ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ເປັນ​ຢ່າງ​ດີ, ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ.

        ກ່າວ​ຄຳ​ເຫັນ​ຊີ້ນ​ຳກອງ​ປະຊຸມ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ, ຮຽກຮ້ອງ​ໃຫ້​ຄະນະ​ພັກ ຢູ່​ຕ່າງປະ​ເທດ ​ແລະ ຄະນະ​ພັກ​ທຸກ​ຂັ້ນ​ ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ, ກຳ​ແໜ້ນ​ສະພາບ​ການ​ຕົວ​ຈິງ, ​ເປັນ​ເສນາ​ທິການ​ໃຫ້​ແກ່​ສູນ​ກາງ​ພັກ, ຄະນະ​ເລຂາ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກຢູ່​ຕ່າງປະ​ເທດ:

        “ຄະນະ​ພັກ​ຢູ່​ຕ່າງປະ​ເທດ, ບັນດາ​ອົງການ, ຂະ​ແໜງ​ການ, ອົງກາ​ນຈັດ​ຕັ້ງ​ມະຫາຊົນ​ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຊີ້ນ​ຳ​ໃຫ້​ຄະນະ​ພັກ, ອົງການ​ພັກຢູ່​ຕ່າງປະ​ເທດ ປະຕິບັດ​ພາລະ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດຂອງ​ພັກ ​ແລະ ລັດ ​ຢ່າງ​​ເຂັ້ມ​ງວດ ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສ້າງ​ຄວາມສະດວກ​ໃຫ້​ແກ່​ການ​ຍູ້​ແຮງ​ການ​ຫັນ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ປົກ​ປັກ​ຮັກສາ​ເອກະ​ລາດ, ອະທິປະ​ໄຕ, ​ເປັນ​ເອກະ​ພາບ​ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຢ່າງ​ໝັ້ນຄົງ, ຍາດ​ແຍ່ງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດສາ​ກົນ​ທີ່​ມີ​ຕໍ່​ພາລະກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງບົດບາດ​ຂອງ ຫວຽດນາມ ​ໃນ​​ເວທີ​ສາກົນ.”

ຂ່າວ/ບົດ​ອື່ນ