ວຽກ​ງານ​ສ້າງ, ບູ​ລະ​ນະ​ລະ​ບອບ​ລະ​ບຽ​ບ​ການ​ໃຫ້​ສົມ​ບູນແມ່ນ​ໜ້າ​ທີ່​ຈຸດ​ສຸມ, ສຳ​ຄັນ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງລັກສະນະບຸກທະລຸຂອງຍຸດທະສາດກ່ຽວກັບການບູລະນະລະບອບລະບຽບການ ແມ່ນແຜນນະໂຍບາຍໃຫຍ່ຂອງພັກ, ລັດ. 
ວຽກ​ງານ​ສ້າງ, ບູ​ລະ​ນະ​ລະ​ບອບ​ລະ​ບຽ​ບ​ການ​ໃຫ້​ສົມ​ບູນແມ່ນ​ໜ້າ​ທີ່​ຈຸດ​ສຸມ, ສຳ​ຄັນ - ảnh 1

ວັນທີ 24 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານດ້ວຍຫົວເລື່ອງກໍ່ສ້າງກົດໝາຍ ເດືອນສິງຫາ 2022 ເຊິ່ງໄດ້ປຶກສາຫາລື ຮ່າງກົດໝາຍ 4 ສະບັບສຳຄັນກ່ອນທີ່ຈະຍືນສະເໜີຮັບໃຊ້ກອງປະຊຸມຄັ້ງທີ 4 ຂອງສະພາແຫ່ງຊາດຊຸດທີ XV, ລວມມີ: ຮ່າງກົດໝາຍວ່າດ້ານທີ່ດິນ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍ ສະຫະກອນ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍລາຄາ (ສະບັບປັບປຸງ).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງລັກສະນະບຸກທະລຸຂອງຍຸດທະສາດກ່ຽວກັບການບູລະນະລະບອບລະບຽບການ ແມ່ນແຜນນະໂຍບາຍໃຫຍ່ຂອງພັກ, ລັດ. ວຽກງານສ້າງ, ບູລະນະລະບອບລະບຽບການ ໄດ້ຖືກລັດຖະບານກຳນົດ ແມ່ນໜ້າທີ່ຈຸດສຸມ, ສຳຄັນ, ກຳນົດການລົງທຶນສ້າງລະບອບລະບຽບການ ແມ່ນລົງທຶນໃຫ້ແກ່ການພັດທະນາ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຮ່າງກົດໝາຍ 4 ສະບັບໄດ້ຮັບການປຶກສາຫາລືຢູ່ກອງປະຊຸມແມ່ນບັນດາຮ່າງກົດໝາຍທີ່ມີຄວາມຈຳເປັນທີ່ສຸດໃນຈຸດເວລາປັດຈຸບັນ, ມີຂອບຂະໜາດ, ເປົ້າໝາຍກ້ວາງຂວາງ, ມີຫຼາຍເນື້ອໃນຍາກ, ສັບສົນໃນການປະຕິບັດບັນດາຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ