ວຽກງານສ້າງເອກະສານນິຕິກຳໄດ້ຮັບການຍູ້ແຮງ

ວຽກງານສ້າງເອກະສານນິຕິກຳໄດ້ຮັບການຍູ້ແຮງ - ảnh 1
ທີ່​ການ​ປະຊຸມ​ຂອງ​ກະຊວງ​ຍຸຕິ​ທຳ
(ພາບ:V.Cường)

(vovworld)- ​ ວຽກ​ງານ​ສ້າງ​ເອກະສານ​ນິຕິ​ກຳ​ໄດ້​ຮັບ​ການ​ຍູ້​ແຮງ, ນັ້ນ​ແມ່ນ​ຂ່າວ​ຄາວ​ທີ່​ການ​ປະຊຸມ​ຂອງ​ກະຊວງ​ຍຸຕິ​ທຳ ​​​ໄດ້ດຳ​ເນ​ີນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/7 ຢູ່ ຮ່າ​ໂນ້ຍ. ຕາມ​ນັ້ນ​ແລ້ວ, ​ໃນ 6 ​ເດືອນ​ຕົ້ນ​ປີ 2015, ບັນດາ​ກະຊວງ, ອົງການ​​ໄດ້​ສຸມ​ໃສ່​ຮຽບຮຽງ​ຖືກ​ຕາມ​ຄວາມ​ຄືບ​ໜ້າ, ຍື່ນສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ຮ່າງກົດໝາຍ 11 ສະບັບ ​ແລະ ​ໃຫ້​ຄຳ​ເຫັນ​ຕໍ່​ຮ່າງ​ກົດໝາຍ​ອື່ນໆ 15 ສະບັບ. ລັດຖະບານ, ບັນດາ​ກະຊວງ ​ແລະ ອົງການ​ທີ່​ທຽບ​ເທົ່າ​ກະຊວງ​ກໍ​ໄດ້​ປະກາດ​ໃຊ້ 40 ​ໃນ​ຈຳນວນ​ເອກະສານນິຕິ​ກຳ 95 ສະບັບທີ່​ກຳນົດຢ່າງລະອຽດ, ​ແນະນຳ​ປະຕິບັດ​ກົດໝາຍ, ລັດຖະບັນຍັດທີ່ໄດ້​ມີ​ຜົນ​ສັກສິດ​ດ້ານ​ກົດໝາຍ.

    ການ​ນຳ​ກະຊວງ​ຍຸຕິ​ທຳ​ກໍ​ຢືນຢັນ​ວ່າ: ​ເລື່ອງ​ຈັດ​ຕັ້ງຮັບ​ເອົາ​ຄຳ​ເຫັນ​ປະກອບ​ປະຊາຊົນ​ສຳລັບ​ບັນດາ​ຮ່າງ​ກົດໝາຍ​ສຳຄັນ​ບັນລຸ​ໄດ້​ໝາກຜົນ​ສຳຄັນຫຼາຍ​ຢ່າງ. ບົນ​ພື້ນຖານ​ນັ້ນ, ກະຊວງ​ຍຸຕິ​ທຳ ຈະສົມທົບ​ກັບບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ກຳນົດ​ຈະ​ແຈ້ງ​ເປົ້າ​ໝາຍ, ​ເນື້ອ​ໃນ, ຮູບ​ແບບ​ຮັບ​ເອົາ​ຄຳ​ເຫັນ​ສຳລັບ​ຮ່າງ​ປະ​ມວນ​ກົດໝາຍ​ອາຍາ (ສະບັບ​ປັບປຸງ) ​ເພື່ອ​ຮັບ​​ເອົາ​ຄຳ​​ເຫັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ແລະ ມີ​ຄຸນ​ນະພາ​ບທີ່​ສຸດ.

ຂ່າວ/ບົດ​ອື່ນ