ວຽກງານຮັບມືກັບພາຍຸ Doksuri ຢູ່ທ້ອງຖີ່ນຕ່າງໆ

(VOVWORLD) - ຍ້ອນຜົນສະທ້ອນຈາກ ພາຍຸ Doksuri, ວັນທີ 15 ກັນຍາ, ຢູ່ແຂວງ ຮ່າຕິ້ງມີຝົນຕົກໜັກ. ລົມແຮງພ້ອມກັບຝົນຕົກໜັກ ໄດ້ພາໃຫ້ນ້ຳທະເລຂຶ້ນສູງແຕ່ 2-3 ແມັດ.
ວຽກງານຮັບມືກັບພາຍຸ Doksuri ຢູ່ທ້ອງຖີ່ນຕ່າງໆ - ảnh 1 ວຽກງານຮັບມືກັບພາຍຸ Doksuri ຢູ່ທ້ອງຖີ່ນຕ່າງໆ

ຕົ້ນໄມ້ ແລະ ເສົາໄຟຟ້າໃນບໍລິເວນເທດສະບານເມືອງ ກີ່ແອງຖືກຫັກ ລົ້ມເປັນຈຳນວນຫຼວງຫຼາຍ. ບັນດາປ້າຍໂຄສະນາ, ຫຼັງຄາດ້ວຍສັງກະສີຖືກລົມພັດໄປໄກນັບສິບແມັດ. ພາຍຸກໍ່ເຮັດໃຫ້ຫຼັງຄາເຮືອນຂອງປະຊາຊົນ ແລະ ໂຮງຮຽນຫຼາຍແຫ່ງຖືກເປ່ເພ. ແລະ ກໍ່ໃນຕອນເຊົ້າວັນທີ 15 ກັນຍາ, ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ພ້ອມກັບການນຳແຂວງ ຮ່າຕິ້ງ ມີໜ້າຢູ່ ເທດສະບານເມືອງ ກີ່ແອງ ເພື່ອຊີ້ນຳວຽກງານປ້ອງກັນ ຕ້ານ ພາຍຸ Doksuri.

        ວັນທີ 15 ກັນຍາ, ພະແນກສຶກສາ ແລະ ກໍ່ສ້າງບັນດາແຂວງ ເງ້ອານ, ຮ່າຕິ້ງ ລ້ວນແຕ່ມີເອກະສານຮຽກຮ້ອງບັນດາໂຮງຮຽນຈາກຊັ້ນອະນຸບານເຖິງມັດທະຍົມຕອນປາຍໃຫ້ພວກນ້ອງນັກຮຽນພັກຮຽນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ພວກນ້ອງ. ທ່ານ ຫງວຽນກວົກແອງ, ຮອງຫົວໜ້າພະແນກສຶກສາ ແລະ ກໍ່ສ້າງແຂວງ ຮ່າຕິ້ງ, ໃຫ້ຮູ້ວ່າ:

        “ເມື່ອພາຍຸຜ່ານໄປແລ້ວ, ບັນດາໂຮງຮຽນຕ້ອງມີແຜນການສອນທົດແທນເພື່ອຮັບປະກັນລາຍການຮຽນ. ທາງພະແນກໄດ້ສ້າງຕັ້ງ 13 ຄະນະປະຕິບັດງານລົງສູ່ບັນດາຂະແໜງກໍ່ສ້າງເມືອງ ເພື່ອຊີ້ນຳບັນດາໂຮງຮຽນປ້ອງກັນ ແລະ ຕ້ານພາຍຸ, ຮັບປະກັນພື້ນຖານດ້ານວັດຖຸ, ແຈ້ງຂໍ້ມູນຂ່າວໃຫ້ນັກຮຽນກຳໄດ້ສະພາບການຂອງພາຍຸ,ຈັດຜູ້ປະຈຳການຢູ່ໂຮງຮຽນເພື່ອຮັບປະກັນການຕິດຕໍ່ພົວພັນ. ສຳລັບເຂດຢູ່ໃກ້ກັບທະເລ, ຕາມຄຳຮຽກຮ້ອງຂອງທ້ອງຖີ່ນ, ບັນດາພໍ່ແມ່ ນັກຮຽນ, ປະຊາຊົນຈະເຂົ້າອາໄສຊົ່ວຄາວຢູ່ໂຮງຮຽນຕ່າງໆໃນໄລຍະເວລາມີພາຍຸ“.

        ວັນທີ 15 ກັນຍາ, ຢູ່ເມືອງເກາະ ໂກໂຕ, ແຂວງ ກວາງນິງ ແລະ ແບກລອງວີ້ (ຫາຍຝ່ອງ) ມີລົມພັດແຮງລະດັບ 8-9 ແລະ ຝົນຕົກຢູ່ບາງແຫ່ງ. ທ່ານ ໂດດຶກຮ່ວາ, ເລຂາຄະນະພັກເມືອງ, ປະທານຄະນະກຳມະການປະຊາຊົນເມືອງ ແບກລອງວີ້, ໃຫ້ຮູ້ວ່າ, ປັດຈຸບັນ, ກຳປັ່ນ ແລະ ເຮືອແພໄດ້ຮັບການມັດກັງຢ່າງຮຽບຮ້ອຍແລ້ວ, ຮັບປະກັນຄວາມປອດໄພ ແລະ ໄດ້ກະກຽມທັນຍາຫານໃຫ້ຊາວປະມົງເມື່ອບໍ່ທັນເຂົ້າທຽບທ່າ, ກຳລັງເສນາຮັກໄດ້ກະກຽມຢຸກຢາເພື່ອຮັບມືຢ່າງຮຽບຮ້ອຍແລ້ວ.

        ກ່ອນໜ້ານັ້ນ, ຕອນຄຳ່ວັນທີ 14 ກັນຍາ, ລົມໃຕ້ຝຸ່ນພັດຜ່ານບັນດາທ້ອງຖີ່ນຢູ່ແຂວງ ເທື່ອທຽນ - ເຫວ໋ ໄດ້ກໍ່ຄວາມເສຍຫາຍກ່ຽວກັບເຮືອນຊານ, ຕົ້ນໄມ້ ແລະ ພືດຜັກຂອງປະຊາຊົນ. ເຮັດໃຫ້ເຮືອນ 700 ຫຼັງຖືກເປ່ເພ. ທ່ານ ຫງວຽນແທງມິງ, ຮອງປະທານຄະນະກຳມະການປະຊາຊົນ ເທດສະບານເມືອງ ເຮືອງຖູຍ, ແຂວງ ເທື່ອທຽນ - ເຫວ໋ ໃຫ້ຮູ້ວ່າ, ອຳນາດການປົກຄອງທ້ອງຖີ່ນ ໄດ້ລະດົມກຳລັງເພື່ອຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ