ວຽກງານແນວໂຮມປະ ກອບສ່ວນເສີມຂະຫຍາຍ ນ້ຳໃຈສາມັກຄີທົ່ວ ປວງຊົນທັງຊາດ


ວຽກງານແນວໂຮມປະ ກອບສ່ວນເສີມຂະຫຍາຍ ນ້ຳໃຈສາມັກຄີທົ່ວ ປວງຊົນທັງຊາດ - ảnh 1 

(ພາບ: mattran.org.vn)

 (vovworld)- ຕອນ​ເຊົ້າວັນ​ທີ 11/12, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ພິທີ​ຍ້ອງຍໍ​ຊົມ​ເຊີຍ​ເຂດ​ຊຸມ​ຊົນ ​ແລະ ຫົວໜ້າ​ຄະນະ​ປະຕິບັດ​ງານ​ແນວ​ໂຮມ​ດີ​ເດັ່ນ​ທົ່ວ​ປະ​ເທດ​ໄລຍະ 2009-2013. ບົດ​ລາຍ​ງານ​ທີກອງ​ປະຊຸມ​ຊີ້​ແຈ້ງວ່າ: ​ໃນ​ຊຸມ​ປີຜ່ານມາ, ບັນດາ ຄະນະ​ປະຕິບັດ​ງານ​ແນວ​ໂຮມ​ໄດ້​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ, ປະກອບ​ສ່ວ​ນສຳຄັນ​ເຂົ້າ​ໃນ​ການ​ໂຄ​ສະນາ, ຂົນຂວາຍ ປຊຊ ປະຕິບັດ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ທັງ​ຊາດ​ໃນ​ເຂດ​ຊຸມ​ຊົນ, ຂົນຂວາຍ ປຊຊ ຕັ້ງໜ້າ​ເຂົ້າຮ່ວມ​ບັນດາ​ຂະ​ບວນການ​ແຂ່ງ​ຂັນ​ຮັກຊາດ… ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ເນັ້ນໜັກ​ວ່າ:

   “​ເພື່ອ​ປະຕິບັດ​ບົດບາດ​ຂອງ​ຕົນ​ດີ​ກ່ວາອີກ, ປະກອບສ່ວນ​ຫຼາຍ​ກ່ວາ​ອີກ​ເຂົ້າ​ໃນ​ການ​ສ້າງ​ເຂດ​ຊຸມ​ຊົນໝັ້ນຄົງ​ເຂັ້ມ​ແຂງ, ຮອບດ້ານ; ບັນດາຄະນະ​ປະຕິບັດ​ງານ​ແນວ​ໂຮມຕ້ອງ​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບບັນດາ​ການ​ເຄື່ອນ​ໄຫວ, ຈັດຕັ້ງການ​ປະຕິບັດ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ບັ້ນຂົນຂວາຍ​ຕ່າງໆ​ຂອງ​ແນວ​ໂຮມ​ປະ​ເທດ​ຊາ​ດ​ໃຫ້​ເປັນ​ຢ່າງ​ດີ ​ແລະ ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​​ເຂດ​ຊຸມ​ຊົນແຕ່ລະ​ແຫ່ງ, ພ້ອມ​ທັງ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ ປຊຊ, ປຸກລະດົມ, ຈັດຕັ້ງ​ໃຫ້ ປຊຊ ປະຕິບັດ​ໜ້າ​ທີ່​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ ​ແລະ ປະກອບ​ຄຳ​ເຫັນ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ​ຢູ່​ຮາກ​ຖານ​ເປັນ​ຢ່າງ​ດີ​“./.

 ​

ຂ່າວ/ບົດ​ອື່ນ