ສ. ເກົາຫຼີ ກະຕຸກຊຸກຍູ້ກາລະໂອກາດເຈລະຈາສັນຕິພາບກັບ ສປປ ເກົາຫຼີ

(VOVWORLD) -  ປະຊາຄົມສາກົນ ແລະ ພຽງຢາງ ຄວນໝູນໃຊ້ກາລະໂອກາດນີ້ເພື່ອເຈລະຈາແນໃສ່ຫລຸດຜ່ອນບັນດາຄວາມວິຕົກວັງວົນກ່ຽວກັບຄວາມສະຫງົບ ພວມເພີ່ມຂຶ້ນຢູ່ພາກພື້ນ.

ສ. ເກົາຫຼີ ກະຕຸກຊຸກຍູ້ກາລະໂອກາດເຈລະຈາສັນຕິພາບກັບ ສປປ ເກົາຫຼີ - ảnh 1ທ່ານ Cho Hyun, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫຼີ 

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມຢູ່ສະພາຄວາມໝັ້ນຄົງ ສປຊ ຫວ່າງແລ້ວນີ້, ທ່ານ Cho Hyun, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫຼີ ຮຽກຮ້ອງ ໃຫ້ ສປປ ເກົາຫຼີ ເຂົ້າຮ່ວມງານມະຫາກຳກິລາ Olympic ລະດູໜາວ PyeongChang, ເຊິ່ງຈະຈັດຕັ້ງຢູ່ ສ. ເກົາຫຼີ ໃນເດືອນ ກຸມພາ ປີ 2018, ພ້ອມທັງເນັ້ນໜັກວ່າ: ປະຊາຄົມສາກົນ ແລະ ພຽງຢາງ ຄວນໝູນໃຊ້ກາລະໂອກາດນີ້ເພື່ອເຈລະຈາແນໃສ່ຫລຸດຜ່ອນບັນດາຄວາມວິຕົກວັງວົນກ່ຽວກັບຄວາມສະຫງົບ ພວມເພີ່ມຂຶ້ນຢູ່ພາກພື້ນ. ທ່ານຮອງລັດຖະມົນຕີ Cho Hyun ຊີ້ແຈ້ງວ່າ: “Olympic ລະດູໜາວ PyeongChang 2018 ຕ້ອງແມ່ນງານມະຫາກຳກິລາເພື່ອສັນຕິພາບ”. ຄຽງຄູ່ກັນນັ້ນ, ນັກການທູດຂອງ ສ ເກົາຫຼີ ຜູ້ນີ້ກໍ່ຖືວ່າ ໂລກຄວນ “ໂຕ້ຕອບຢ່າງແຂງກະດ້າງ”, ແຕ່ກໍ່ເນັ້ນໜັກ “ບໍ່ຄວນເຂົ້າຮ່ວມການປະທະກັນ, ກໍ່ບໍ່ຄວນປິດປະຕູເຈລະຈາ ແລະ ສັນຕິພາບ”. ຕາມທ່ານແລ້ວ, ສປຊ ຄວນມານະພະຍາຍາມກ່ວາອີກ ເພື່ອແກ່ດຶງ ສປປ ເກົາຫຼີ ກັບຄືນສູ່ໂຕະເຈລະຈາ ແນໃສ່ແກ້ໄຂບັນຫານີ້ໂດຍສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ