ສ ເກົາຫຼີ, ຍີ່ປຸ່ນ ເຫັນດີເປັນເອກະພາບຈັດກອງປະຊຸມສຸດຍອດ 3 ຝ່າຍກັບ ຈີນ

(VOVWORLD) - ປະຈຸບັນ, ສ ເກົາຫຼີ ພວມດຳລົງຕຳແໜ່ງ ປະທານກອງປະຊຸມສຸດຍອດ ສ ເກົາຫຼີ - ຍີ່ປຸ່ນ - ຈີນ ແລະ ເຊີອຸນ ພວມຊຸກຍູ້ການຈັດກອງປະຊຸມໃນທ້າຍປີນີ້.
ສ ເກົາຫຼີ, ຍີ່ປຸ່ນ ເຫັນດີເປັນເອກະພາບຈັດກອງປະຊຸມສຸດຍອດ 3 ຝ່າຍກັບ ຈີນ - ảnh 1ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishid
(ພາບ:YONHAP/TTXVN)

ວັນທີ 10 ກັນຍາ, ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ມີການເຈລະຈາສອງຝ່າຍຢູ່ນອກກອງ ປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າ ຂອງໂລກ (G20), ເຊິ່ງຈັດຂຶ້ນຢູ່ ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ. ທີ່ການເຈລະຈາ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການຈັດກອງປະຊຸມ ສຸດຍອດ 3 ຝ່າຍ ສ ເກົາຫຼີ - ຍີ່ປຸ່ນ - ຈີນ.

ປະຈຸບັນ, ສ ເກົາຫຼີ ພວມດຳລົງຕຳແໜ່ງ ປະທານກອງປະຊຸມສຸດຍອດ ສ ເກົາຫຼີ - ຍີ່ປຸ່ນ - ຈີນ ແລະ ເຊີອຸນ ພວມຊຸກຍູ້ການຈັດກອງປະຊຸມໃນທ້າຍປີນີ້. ຖ້າຫາກໄດ້ດຳເນີນ, ນີ້ຈະແມ່ນກອງປະຊຸມສຸດຍອດ 3 ຝ່າຍ ສ ເກົາຫຼີ - ຍີ່ປຸ່ນ - ຈີນ ຄັ້ງທີທຳອິດ ໃນຮອບເວລາ 4 ປີຜ່ານມາ.

ທີ່ກອງປະຊຸມສຸດຍອດ 3 ຝ່າຍຄັ້ງທຳອິດໃນປີ 2008, ການນຳ 3 ປະເທດໄດ້ເຫັນດີ ຈັດກອງປະຊຸມປະຈຳປີ ແລະ ເປັນປະທານໝູນວຽນ. ແຕ່ເຖິງຢ່າງໃດກໍ່ຕາມ, ພາຍຫຼັງ ກອງປະຊຸມຄັ້ງຫຼ້າສຸດທີ່ຈັດຂຶ້ນຢູ່ ຈີນ ໃນເດືອນ ທັນວາ 2019, ກໍ່ຍັງບໍ່ທັນມີກອງປະຊຸມຄັ້ງ ໃດຖືກຈັດຂຶ້ນຕື່ມອີກ. ສາຍເຫດແມ່ນຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19, ກໍ່ຄືການໂຕ້ຖຽງກັນ ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາໃນປາງສົງຄາມ ເຮັດໃຫ້ການພົວພັນ ຍີ່ປຸ່ນ - ສ ເກົາຫຼີ ຫຼຸດລົງໃນລະດັບຕ່ຳສຸດໃນຫຼາຍປີ.

ຕອບກັບ

ຂ່າວ/ບົດ​ອື່ນ