ສ. ເກົາຫຼີ ປະກາດວ່າ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກ

(VOVWORLD) - ກົາຫຼີ ກັບຄືນສູ່ໂຕະເຈລະຈາ ແລະ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບການປົກປ້ອງບັນດາປະເທດສຳພັນທະມິດ ສ ເກົາຫຼີ ແລະ ຍີ່ປຸ່ນ.
ສ. ເກົາຫຼີ ປະກາດວ່າ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກ - ảnh 1Yonhap ໄດ້ໃຫ້ຂ່າວກ່ຽວກັບເລື່ອງ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີໄລຍະສັ້ນ

ຕາມສຳນັກຂ່າວສານ Yonhap ແລ້ວ, ສະພາຫົວໜ້າເສນາທິການທະຫານປະສົມ (JCS) ຂອງ ສ. ເກົາຫຼີ ໄດ້ປະກາດໃນວັນທີ 28 ກັນຍາ ວ່າ, ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນອອກສູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້ 2 ລູກ. JCS ໄດ້ຊີ້ແຈ້ງວ່າ ເລື່ອງເພີ່ມທະວີສະຕິລະວັງຕົວ ແລະ ຕິດຕາມກວດກາ, ທະຫານ ສ ເກົາຫຼີ ພວມຮັກສາສະພາບການກຽມພ້ອມສູງ ແລະ ຮ່ວມມືແໜ້ນແຟ້ນກັບ ອາເມລິກາ. ແລະກໍ່ໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າ ປະເທດນີ້ ໄດ້ກ່າວປະນາມເຫດຍິງລູກສອນໄຟນຳວິຖີຂອງ ສປປ ເກົາຫຼີ, ພ້ອມທັງເນັ້ນໜັກວ່າ “ບັນດາເຫດຍິງລູກສອນໄຟດັ່ງກ່າວໄດ້ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ແລະ ໄດ້ນາບຂູ່ບັນດາປະເທດບ້ານໃກ້ເຮືອນຄຽງ”. ໂຄສົກກະຊວງການຕ່າງປະເທດ ອາເມລິກາ ກໍ່ຮຽກຮ້ອງ ສປປ. ເກົາຫຼີ ກັບຄືນສູ່ໂຕະເຈລະຈາ ແລະ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບການປົກປ້ອງບັນດາປະເທດສຳພັນທະມິດ ສ ເກົາຫຼີ ແລະ ຍີ່ປຸ່ນ.

        ເຫດຍິງລູກສອນໄຟໄດ້ດຳເນີນໄປພາຍຫຼັງ ສປປ ເກົາຫຼີ ຍິງລູກສອນໄຟໄລຍະສັ້ນສູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້ພຽງ 3 ວັນ. ບັນດາເຫດຍິງລູກສອນໄຟຂອງ ສປປ ເກົາຫຼີ ໄດ້ດຳເນີນໄປກ່ອນທີ່ທ່ານຮອງປະທານາທິບໍດີ ອາເມລິກາ Kamala Hirris ຄາດວ່າ ຈະມີການຢ້ຽມຢາມໄປຍັງ ສ ເກົາຫຼີ ໃນທ້າຍອາທິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ