ສ ເກົາຫຼີ ຜັນຂະຫຍາຍ ລູກສອນໄຟນຳວິຖີ ຮັບມືກັບ ສປປ ເກົາຫຼີ

ສ ເກົາຫຼີ ຜັນຂະຫຍາຍ ລູກສອນໄຟນຳວິຖີ ຮັບມືກັບ ສປປ ເກົາຫຼີ - ảnh 1
ສ ​ເກົາຫຼີ ຜັນ​ຂະຫຍາຍ​ລູກ​ສອນ​ໄຟ​ນຳ​ວິ​ຖີ ຮັບ​ມື​ກັບ ສປປ ​ເກົາຫຼີ
(ພາບ: Yonhap)

(vovworld) - ວັນ​ທີ 13/2, ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ​​ໃຫ້​ຮູ້​ວ່າ: ກອງທັບ ປະ​ເທດ​ນີ້ ​ໄດ້ຜັນ​ຂະຫຍາຍ​ລູກ​ສອນ​ໄຟ​ນຳ​ວິ​ຖີ ​ເພື່ອ​ຮັບ​ມື ກັບ ສປປ ​ເກົາຫຼີ.  ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ວົງ​ການ​ນັກ​ຂ່າວ, ​ໂຄ​ສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ທ່ານ Kim Min Seok ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ໄດ້​ຜັນ​ຂະຫຍາຍ​ລະບົບ​ລູກ​ສອນ​ໄຟ​ທີ່​ສາມາດ​ຍິງ​ຖືກ​ທຸກໆ​ເປົ້າ​ໝາຍ​ໃດໆ ຢູ່ ສປປ ​ເກົາຫຼີ ​ໃນ​ກໍລະນີຈຳ​ເປັນ, ພ້ອມ​ທັງ​ຍູ້​ແຮງ​ການ​ຂະຫຍາຍ​ລະບົບ​ລູກ​ສອນ​ໄຟ​ນຳ​ວິຖີ​ທີ່​ມີ​ໄລຍະ​ຍິງ​ປະມານ 800 ກມ ບົນ​ພື້ນຖານ​ສົນທິສັນຍາ​ກ່ຽວ​ກັບ​ລູກ​ສອນ​ໄຟ​ລະຫວ່າງ ສ ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ. ຖະ​ແຫຼ​ງການ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ ພຽງ​ຢາງ ດຳ​ເນີນ ​ເຫດການ​ທົດ​ລອງ ນິວ​ເຄຼຍ ຄັ້ງ​ທີ 2 ​ເປັນ​ເວລາ 1 ວັນ.

 

 

ຂ່າວ/ບົດ​ອື່ນ