ສ ເກົາຫຼີ ແລະ ອາເມລິກາ ເລີ່ມດຳເນີນການເຈລະຈາຮອບທີ 2 ກ່ຽວກັບການຈັດແບ່ງລາຍຈ່າຍດ້ານປ້ອງກັນຊາດ

(VOVWORLD) - ເລື່ອງເລີ່ມດຳເນີນການເຈລະຈາຈັດຂຶ້ນໄວກ່ອນເວລາກຳນົດ, ໃນສະພາບການມີທັດສະນະຖືວ່າ ເຊີອຸ່ນ ຢາກບັນລຸໄດ້ຂໍ້ຕົກລົງໂດຍໄວ ເພື່ອຫຼີກລ້ຽງການທີ່ຕ້ອງຕໍ່ລອງກັບ ວໍຊິງຕັນ ໃນກໍລະນີ ທ່ານອະດີດປະທານາທິບໍດີ Donald Trump ໄດ້ຮັບການເລືອກຕັ້ງຄືນໃໝ່.
ສ ເກົາຫຼີ ແລະ ອາເມລິກາ ເລີ່ມດຳເນີນການເຈລະຈາຮອບທີ 2 ກ່ຽວກັບການຈັດແບ່ງລາຍຈ່າຍດ້ານປ້ອງກັນຊາດ - ảnh 1ການຊ້ອມຮົບຮ່ວມຂອງທະຫານ ອາເມລິກາ - ສ ເກົາຫຼີ
(ພາບ:Yonhap/TTXVN)

ວັນທີ 21 ພຶດສະພາ, ສ ເກົາຫຼີ ແລະ ອາເມລິກາ ເລີ່ມດຳເນີນການເຈລະຈາຮອບທີ 2 ກ່ຽວກັບການຈັດແບ່ງລາຍຈ່າຍສຳລັບການຕັ້ງທັບຂອງກອງທັບ ອາເມລິກາ ຢູ່ ສ ເກົາຫຼີ. ຮອບເຈລະຈາຈະດຳເນີນຢູ່ ເຊີອຸ່ນ (ສ ເກົາຫຼີ) ແລະ ແກ່ຍາວເປັນເວລາ 3 ວັນ ເພື່ອແນໃສ່ກຳນົດວ່າ ສ ເກົາຫຼີ ຈະແບກຫາບລາຍຈ່າຍເທົ່າໃດ ເພື່ອຮັກສາຈຳນວນທະຫານ 28.500 ຄົນຂອງກຳລັງ ອາເມລິກາ ຢູ່ ສ ເກົາຫຼີ (USFK), ເລີ່ມແຕ່ວັນປີ 2026.

        ເລື່ອງເລີ່ມດຳເນີນການເຈລະຈາຈັດຂຶ້ນໄວກ່ອນເວລາກຳນົດ, ໃນສະພາບການມີທັດສະນະຖືວ່າ ເຊີອຸ່ນ ຢາກບັນລຸໄດ້ຂໍ້ຕົກລົງໂດຍໄວ ເພື່ອຫຼີກລ້ຽງການທີ່ຕ້ອງຕໍ່ລອງກັບ ວໍຊິງຕັນ ໃນກໍລະນີ ທ່ານອະດີດປະທານາທິບໍດີ Donald Trump ໄດ້ຮັບການເລືອກຕັ້ງຄືນໃໝ່. ກ່ອນໜ້ານັ້ນ, ອຳນາດການປົກຄອງ ວໍຊິງຕັນ ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ  Donald Trump ໄດ້ຮຽກຮ້ອງໃຫ້ ເຊີອຸ່ນ ເພີ່ມບ້ວງເງິນຊຳລະເພີ່ມທົບ 5 ເທົ່າ, ເຊິ່ງເທົ່າກັບຈຳນວນເງິນ 5 ຕື້ໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ