ສິງ​ກະ​ໂປ ນຳ​ໜ້າ​ບັນ​ດາ​ປະ​ເທດ, ເຂດ​ແຄວ້ນ​ໃນ​ການ​ລົງ​ທຶນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) - ທາງນະຄອນໄດ້ອອກໃບອະນຸຍາດລົງທຶນໃຫ້ແກ່ 374 ໂຄງການ ດ້ວຍທຶນຈົດທະບຽນບັນລຸເກືອບ 200 USD. ສິງກະໂປ ແມ່ນປະເທດນຳໜ້າກ່ຽວກັບຈຳນວນໂຄງການໄດ້ຮັບອະນຸຍາດໃໝ່ ດ້ວຍ 72 ໂຄງການ, ດ້ວຍທຶນຈົດທະບຽນ 121,5 ລ້ານ USD, ກວມເອົາ 60,8% ທຶນຈົດທະບຽນໃໝ່.
ສິງ​ກະ​ໂປ ນຳ​ໜ້າ​ບັນ​ດາ​ປະ​ເທດ, ເຂດ​ແຄວ້ນ​ໃນ​ການ​ລົງ​ທຶນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ - ảnh 1ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ ຢູ່ ແຂວງ ບິ່ງເຢືອງ (ພາບ: TTXVN)

ຕາມກົມສະຖິຕິນະຄອນ ໂຮ່ຈີມິນ ແລ້ວ, ນັບແຕ່ຕົ້ນປີ 2023, ຍອດເງິນລົງທຶນຕ່າງປະເທດຢູ່ນະຄອນ ໂຮ່ຈີມິນ ແມ່ນໄດ້ເກືອບ 1,15 ຕື້ USD, ຫຼຸດລົງ 13,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ສິງກະໂປ ແມ່ນປະເທດນຳໜ້າກ່ຽວກັບໂຄງການທີ່ໄດ້ຮັບອະນຸຍາດໃໝ່ ກໍຄືການປະກອບທຶນ, ຊື້ຫຸ້ນ, ຊື້ຫຸ້ນຄືນ ຢູ່ນະຄອນ ໂຮ່ຈີມິນ. ໃນໄລຍະ 5 ເດືອນຜ່ານມາ, ທາງນະຄອນໄດ້ອອກໃບອະນຸຍາດລົງທຶນໃຫ້ແກ່ 374 ໂຄງການ ດ້ວຍທຶນຈົດທະບຽນບັນລຸເກືອບ 200 USD. ສິງກະໂປ ແມ່ນປະເທດນຳໜ້າກ່ຽວກັບຈຳນວນໂຄງການໄດ້ຮັບອະນຸຍາດໃໝ່ ດ້ວຍ 72 ໂຄງການ, ດ້ວຍທຶນຈົດທະບຽນ 121,5 ລ້ານ USD, ກວມເອົາ 60,8% ທຶນຈົດທະບຽນໃໝ່.

ກ່ຽວກັບການດັດປັບແຫຼ່ງທຶນຈົດທະບຽນ, ໃນ 5 ເດືອນຕົ້ນປີ, ຢູ່ນະຄອນ ມີ 121 ໂຄງການ ດ້ວຍຈຳນວນທຶນດັດປັບເພີ່ມຂຶ້ນ ກວ່າ 403 ລ້ານ USD. ອາເມລິກາ ແມ່ນປະເທດມີຈຳນວນທຶນດັດປັບສູງທີ່ສຸດໃນ 5 ເດືອນຕົ້ນປີ 2023 ບັນລຸ 215,1 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ