ສິງກະໂປ ສະເຫຼີມສະຫຼອງ 48 ປີແຫ່ງວັນສະຖາປະນາປະເທດ

ສິງກະໂປ ສະເຫຼີມສະຫຼອງ 48 ປີແຫ່ງວັນສະຖາປະນາປະເທດ - ảnh 1
ວັນ​ສະຖາປະນາປະ​ເທດຄັ້ງ​ທີ 48 ຂອງ​ສິງກະ​ໂປ
(ພາບ: TodayOnline)


(vovworld) - ວັນ​ສະຖາປະນາປະ​ເທດຄັ້ງ​ທີ 48 ຂອງ​ສິງກະ​ໂປ (09 ສິງຫາ 1965 – 09 ສິງຫາ 2013) ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນຫຼາຍ​ຢ່າງ, ​ໃນ​ນັ້ນມີ​ການ​ສວນສະໜາມ, ​ເດີນ​ຂະ​ບວນ, ​ສະ​ແດງ​ສິລະ​ປະ, ຍິງ​ບັ້ງ​ໄຟ​ດອກ ​ແລະ ບັນດາ​ການ​​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ອື່ນໆ. ຕອນ​ບ່າຍ​ວັນ​ທີ 09 ສິງຫາ, ມີ​ປະຊາຊົນ​ສິງກະ​ໂປ ​ເກືອບ 27.000 ຄົນ ມີໜ້າ​ຢູ່​ເຂດ​ອ່າວ Marina ຢູ່​​​​ໃຈ​ກາງ​ນະຄອນຫຼວງ​ເຂົ້າ​ຮ່ວມວັນ​ສະຖາປະນາປະ​ເທດຄັ້ງ​ທີ 48. ​ເຂົ້າ​ຮ່ວມພິທີມີ​ທ່າ​ນປະທານາທິບໍດີ​ສິງກະ​ໂປ Tony Tan Keng Yam, ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ, ອະດີດ​ນາ​ຍົກ​ລັດຖະມົນຕີ ຫຼີກ​ວານ​​ເຢົ່າ. ພິທີ​ສະ​ເຫຼີ​ມສະຫຼອງ​ເລີ່​ມຕົ້ນ​ດ້ວຍ​ການສະ​ແດງ​ສິລະ​ປະ ​ແລະ ​ແສງ​ໄຟ​ວາດ​ພາບ​ກ່ຽວ​ກັບປະຫວັດສາດ​ຂອງ​ສິງກະ​​ໂປ. ມີ​ນັກ​ສີ​ລະ​ປິນ 5000 ຄົນ, ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເປັນ​ສັນຍາ​ລັກ​ຂອງ​ບັນດາ​ປະຊາ​ຄົມ​ອື່ນໆທີ່​ແຕກ​ຕ່າງ​ກັນ​ຢູ່​ສິງກະ​ໂປ. ​

ຂ່າວ/ບົດ​ອື່ນ