ສິງ​ກະ​ໂປ ອອກ​ໃບ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າໄຟ​ຟ້າ ກາກບອນ​ຕ່ຳ 1,2 GW ຈາກ ຫວຽດ​ນາມ

(VOVWORLD) - ພະລັງງານສະອາດ ແມ່ນໜຶ່ງໃນບັນດາເຄື່ອງມືສຳຄັນທີ່ສຸດຂອງ ສິງກະໂປ ແນໃສ່ຕ້ານຄືນໄຟນາບຂູ່ຈາກການປ່ຽນແປງຂອງດິນຟ້າອາກາດໃນປັດຈຸບັນ.
ສິງ​ກະ​ໂປ ອອກ​ໃບ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າໄຟ​ຟ້າ ກາກບອນ​ຕ່ຳ 1,2 GW ຈາກ ຫວຽດ​ນາມ - ảnh 1(ພາບປະກອບ: VOV)

ສິງກະໂປ ຈະນຳເຂົ້າໄຟຟ້າ ກາກບອນຕ່ຳ  1,2 GW, ເຊິ່ງຕົ້ນຕໍແມ່ນພະລັງງານແຮງລົມ, ຈາກ ຫວຽດນາມ, ມຸ່ງໄປເຖິງການປະຕິບັດເປົ້າໝາຍນຳເຂົ້າ ພະລັງງານທົດແທນ 4 GW ໃນປີ 2035, ກວມເອົາເຖິງ 30% ພະລັງງານນໍາໃຊ້ທັງໝົດຂອງປະເທດ.

        ກ່າວຄຳເຫັນທີ່ສັບປະດາພະລັງງານສາກົນ ເຊິ່ງໄຂຂຶ້ນໃນວັນທີ 24 ຕຸລາ, ຢູ່ສິງກະໂປ, ທ່ານລັດຖະມົນຕີຜູ້ທີ 2 ກະຊວງອຸດສາຫະກຳ ແລະ ການຄ້າ ສິງກະໂປ Tan See Leng, ຢັ້ງຢືນວ່າ ພະລັງງານສະອາດ ແມ່ນໜຶ່ງໃນບັນດາເຄື່ອງມືສຳຄັນທີ່ສຸດຂອງ ສິງກະໂປ ແນໃສ່ຕ້ານຄືນໄຟນາບຂູ່ຈາກການປ່ຽນແປງຂອງດິນຟ້າອາກາດໃນປັດຈຸບັນ.

        ອົງການຕະຫຼາດພະລັງງານ (EMA) ສິງກະໂປ ໄດ້ອອກໜັງສືອະນຸຍາດໃຫ້ Sembcorb Utilities ນຳເຂົ້າໄຟຟ້າຈາກ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ