ສິງກະໂປ ຮຽກຮ້ອງໃຫ້ ອາຊຽນ ເປີດປະຕູຕະຫລາດ ແລະ ເພີ່ມທະວີການເຊື່ອມໂຍງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໄດ້ອອກສຽງຮຽກຮ້ອງບັນດາປະເທດສະມາຊິກ ອາຊຽນ ເປີດປະຕູຕະຫລາດ ແລະ ຍູ້ແຮງການເຊື່ອມໂຍງ, ໃນສະພາບການລັດທິອາລັກຂາພວມເພີ່ມຂຶ້ນໃນໂລກ.
ສິງກະໂປ ຮຽກຮ້ອງໃຫ້ ອາຊຽນ ເປີດປະຕູຕະຫລາດ ແລະ ເພີ່ມທະວີການເຊື່ອມໂຍງ - ảnh 1 ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ (ພາບ: channelnewsasia)

ວັນທີ 12 ພະຈິກ, ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ກ່ອນທີ່ດຳເນີນບັນດາກອງປະຊຸມ ອາຊຽນ ຄາດວ່າຈະດຳເນີນຢູ່ ສິງກະໂປ ໃນອາທິດນີ້, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ຮຽກຮ້ອງບັນດາບໍລິສັດອາຊີຕາເວັນອອກສ່ຽງໃຕ້ ລົງທຶນເຂົ້າຕະຫລາດຂອງກັນໃຫ້ຫລາຍກ່ວາອີກ, ກໍ່ຄືເປີດອົກເປີດໃຈໃນການແກ່ງແຍ້ງກັບຕ່າງປະເທດກ່ວາ. ຕາມທ່ານ ຫຼີຊຽນຫຼົງແລ້ວ, ບັນດາຕະຫລາດຍິ່ງເປີດປະຕູ ແລະ ເຊື່ອມໂຍງ, ບັນດາຂໍ້ກຳນົດ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງພາກພື້ນຍິ່ງສະດວກສຳລັບການລົງທຶນຕ່າງປະເທດ, ຈາກນັ້ນ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ