ສິງກະໂປ ແລະ ກຳປູເຈຍ ເພີ່ມທະວີການພົວພັນຮ່ວມມື 2 ຝ່າຍ

ສິງກະໂປ ແລະ ກຳປູເຈຍ ເພີ່ມທະວີການພົວພັນຮ່ວມມື 2 ຝ່າຍ - ảnh 1
ທ່ານ Tony Tan Keng Yam ​ແລະ ທ່ານ​ Samdech Hun Sen
ເປັນສັກຂີພິຍານການລົງນາມ
(ພາບອິນເຕີແນັດ)

(vovworld) – ​ ທ່ານ​ປະທານາທິບໍດີ ສິງກະ​ໂປ Tony Tan Keng Yam ຢ້ຽມຢາມ ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງວັນ​ທີ 08 – 11/01 ຕາມ​ຄຳ​ເຊີນ​ຂອງກະສັດ​ແຫ່ງ​ລາດ​ຊະ​ອານາຈັກ ກຳປູ​ເຈຍ ພະ​ບໍລົມ​ມະ​ນຽດ Norodom Sihamoni, ​ເພື່ອ​​ແນ​ໃສ່​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ. ຕອນ​​ເຊົ້າ​ວັນ​ທີ 10/01 ທ່ານ​ປະທານ​ນາ​ທິບໍດີ Tony Tan Keng Yam ​ໄດ້​ໄປຢ້ຽມຢາມ​ໂຮງໝໍ Calmette ຢູ່​ນະຄອນຫລວງ ພະນົມ​ເປັນ, ​​ເຊິ່ງ​ແມ່ນ​ຮາກ​ຖານ​ກວດ​ປິ່ນປົວ​ພະຍາດ ​ປະຈຸ​ບັນ​ພວມ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ໂຮງໝໍ Tan Tock Seng ​ແລະ ກຸ່ມ​ບໍລິສັດ Temasek ຂອງ ສິງກະ​ໂປ. ຫລັງ​ຈາກ​ນັ້ນ ທ່ານປະທານາທິບໍດີ Tony Tan Keng Yam ​ໄປ​ຢ້ຽມຢາມ​ກຸ່ມປູຊະນີຍະ​ສະ​ຖານ Angkor Wat ຢູ່​ແຂວງ Siem Reap.

        ກ່ອນ​ໜ້​ານັ້ນ ຕອນ​ບ່າຍ​ວັນ​ທີ 09/01, ທີ່​ການ​ເຈລະຈາ​ລະຫວ່າງ​ປະທານາທິບໍດີ ສິງກະ​ໂປ Tony Tan Keng Yam ​ແລະ ທ່ານ​ນາ​ຍົກ​ລັດຖະມົນຕີ ກຳປູ​ເຈຍ Samdech Hun Sen, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກ​ຍູ້​ການ​ພົວພັນ 2 ຝ່າຍ​ໃນ​ຂົງ​ເຂດການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ. ພາຍຫລັງ​ການ​ພົບ​ປະ, ທ່ານ​ Tony Tan Keng Yam ​​ໄດ້ເຂົ້າ​ຮ່ວມ​ງານ​ລ້ຽງ​ຢູ່​ພະລາດ​ຊະ​ວັງ ກຳ​ປູ​ເຈຍ ​ໂດຍກະສັດ​ແຫ່ງ​ລາດ​ຊະ​ອານາຈັກ ກຳປູ​ເຈຍ ພະ​ບໍລົມ​ມະ​ນຽດ Norodom Sihamoni ​ແລະ ທ່ານ​ນາຍົກລັດຖະມົນຕີ Samdech Hun Sen ​ເປັນ​ເຈົ້າພາບ.

ຂ່າວ/ບົດ​ອື່ນ