ສິງກະໂປ:ອະດີດນາຍົກລັດຖະມົນຕີຫຼີກຸງຢູເຖິງແກ່ມໍລະນະກຳ

ສິງກະໂປ:ອະດີດນາຍົກລັດຖະມົນຕີຫຼີກຸງຢູເຖິງແກ່ມໍລະນະກຳ - ảnh 1
ອະດີດ​ນາຍົກລັດຖະມົນຕີ ສິງກະ​ໂປ ຫຼີກຸງ​ຢູ
ພາບ: tienphong.vn


(vovworld) – ຕາມ​ແຈ້ງ​ການຂອງ​ຫ້ອງ​ວ່າການ​ນາຍົກລັດຖະມົນຕີ ສິງກະ​ໂປ ​ແລ້ວ, ທ່ານ​ອະດີດ​ນາຍົກລັດຖະມົນຕີ ຫຼີກຸງ​ຢູ, ​​ໄດ້​​ເຖິງ​​ແກ່​ມໍລະນະ​ກຳ​ໃນ​ເວລາ 3​ໂມງ18​ນາທີຂອງວັນ​ທີ 23/3,​ ລວມອາຍຸ 91 ປີ.

        ຫ້ອງ​ວ່າການ​ນາຍົກລັດຖະມົນຕີ ສິງກະ​ໂປ (PMO) ​ໃຫ້​ຮູ້​ວ່າ: ພິທີ​ໄຫວ້​ອາ​ໄລ​ລະດັບ​ຊາດທ່ານ​ອະດີດ​ນາຍົກລັດຖະມົນຕີ ຫຼີກຸງ​ຢູ ຈະ​ຈັດ​ຕັ້ງ​​ໃນ​ເວລາ 14​ໂມງ​ວັນ​ທີ 29/3 (ຕາມ​ເວລາ​ທ້ອງ​ຖິ່ນ,​ ກົງ​ກັບ 13​ໂມງ ຕາມ​ເວລາ ຫວຽດນາມ) ຢູ່​ສູນວັດທະນະທຳ, ມະຫາ​ວິ​ມະ​ຍາ​ໄລ​ແຫ່ງ​ຊາດ ສິງກະ​ໂປ.

        ພາຍຫຼັງ​ໄດ້​ຮັບ​ຂ່າວ​ທ່ານ ຫຼີກຸງ​ຢູ ​ເຖິງ​ແກ່​ມໍລະນະ​ກຳ, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki-moon,​ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Tony Abbott ​ແລະ ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ  John Key ​ໄດ້ສົ່ງ​​ໂທລະ​ເລກ​ສະ​ແດງການ​ແບ່ງ​ເບົາຄວາມ​​ເສົ້າ​ສະຫຼົດ​ໃຈມາ​ຍັງ​ຄອບຄົວ, ລັດຖະບານ ​ແລະ ປະຊາຊົນ ສິງກະ​ໂປ.

        ທ່ານ ຫຼີກຸງ​ຢູ ​ແມ່ນ​ນາຍົກລັດຖະມົນຕີຄົນທຳອິດຂອງ ສິງກະ​ໂປ ​ແລະ ​ແມ່ນ​ພໍ່​ຂອງ​ທ່ານ​ນາຍົກລັດຖະມົນຕີຄົນ​ປະຈຸ​ບັນ​ຂອງ ສິງກະ​ໂປ ຫຼີຊຽນຫຼົງ ຄົນ​ໃໝ່. ທ່ານ​​ເປັນ​ຜູ້​ທີ່​ມີ​ການອຸ​ທິດສ່ວນ​ນຳ ສິງກະ​ໂປ ກາຍ​ເປັນໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ຮັ່ງມີ​ທີ່​ສຸດຂອງ ອາຊີ ພຽງ​ແຕ່​​ໃນຮອບ​ເວລາ 3 ທົດ​ສະ​ວັດ. ທ່ານ​ເຄີຍ​ດຳລົງ​ຕຳ​ແໜ່​ງ​ໜ້າ​ທີ່​ເປັນ​ນາຍົກລັດຖະມົນຕີ​ແຕ່​ປີ 1959 ມາ​ຮອດ​ປີ 1990, ທ່ານ ຫຼີກຸງ​ຢູ ​ໄດ້ຮັບ​ຖື​ວ່າ​ເປັນ​ຜູ້ທີ່​ມີ​ອິດ​ທິພົນດ້ານ​ການ​ເມືອງ​ຢູ່ ສິງກະ​ໂປ.

ການ​ນຳ​ຫວຽດນາມ ສົ່ງ​ໂທລະ​ເລກ​ສະ​ແດງ​ການ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ກ່ຽວ​ກັບ​ເລື່ອງ​ທ່ານ ຫຼີກຸງ​ຢູ​ເຖິງ​ແກ່​ມໍລະນະ​ກຳ

–​ໂດຍ​ໄດ້​ຮັບ​ຂ່າວວ່າ: ທ່ານ ຫຼີກຸງ​ຢູ, ອະດີດ​ນາຍົກລັດຖະມົນຕີ ສິງກະ​ໂປ ​ເຖິງ​ແກ່​ມໍລະນະ​ກຳ, ວັນ​ທີ 23/3, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ການ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ມາ​ຍັງ​ທ່ານ ຫຼີຊຽງ​ຫຼົງ, ​ເລຂາທິການ​ໃຫຍ່​ພັກ​ກະທຳ​ປະຊາຊົນ ສິງກະ​ໂປ. ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕິ​ນຊາງ ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ການ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ມາ​ຍັງ​ທ່ານ Tony Tan Keng Yam, ປະທານາທິບໍດີ ສິງກະ​ໂປ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ​ນຢຸງ ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ການ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ມາ​ຍັງ​ທ່ານ ຫຼີຊຽງ​ຫຼົງ, ນາຍົກລັດຖະມົນຕີ ສິງກະ​ໂປ.

                ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ່​ງມີ​ງ ກໍ່ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ການ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ມາ​ຍັງ​ ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສິງກະ​ໂປ K.Shanmugam.

 

ຂ່າວ/ບົດ​ອື່ນ