ສົງຄາມ​ຢູ່​ຕາ​ເວັນ​ອອກ​ກາງ: Hezbollah ບຸກ​ໂຈມ​ຕີ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຈຸດ​ສຸມ​ຂອງ ອິດ​ສະ​ຣາ​ແອັນ

(VOVWORLD) - ກຳລັງ Hezbollah ໄດ້ຍິງລູກສອນໄຟຢ່າງໜ້ອຍຢຸດ 15 ໄປທິດຖານທີ່ໝັ້ນກອງທັບອາກາດທີ່ມີຊື່ວ່າ “ຈອມພູ Meron” ຫ່າງຈາກເສັ້ນຊາຍແດນໄປປະມານ 8 ກິໂລແມັດ.
ສົງຄາມ​ຢູ່​ຕາ​ເວັນ​ອອກ​ກາງ: Hezbollah ບຸກ​ໂຈມ​ຕີ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຈຸດ​ສຸມ​ຂອງ ອິດ​ສະ​ຣາ​ແອັນ - ảnh 1ກຳລັງ Hezbollah ຢູ່ ລີບັງ ສືບຕໍ່ເປີດບັ້ນບຸກໂຈມຕີຄັ້ງໃໝ່ ດ້ວຍລູກສອນໄຟ (ພາບ: Reuters)

ວັນທີ 23 ມັງກອນ, ກຳລັງ Hezbollah ຢູ່ ລີບັງ ສືບຕໍ່ເປີດບັ້ນບຸກໂຈມຕີໃໝ່ ດ້ວຍລູກສອນໄຟເລັ່ງໃສ່ຖານທີ່ໝັ້ນການທະຫານຈຸດສຸມຂອງກອງທັບ ອິດສະຣາແອັນ ທີ່ຢູ່ໃກ້ກັບເຂດຊາຍແດນ ລີບັງ. ຕາມສື່ມວນຊົນຂອງພາກພື້ນຕາເວັນອອກກາງແລ້ວ, ກຳລັງ Hezbollah ໄດ້ຍິງລູກສອນໄຟຢ່າງໜ້ອຍຢຸດ 15 ໄປທິດຖານທີ່ໝັ້ນກອງທັບອາກາດທີ່ມີຊື່ວ່າ “ຈອມພູ Meron” ຫ່າງຈາກເສັ້ນຊາຍແດນໄປປະມານ 8 ກິໂລແມັດ. ນີ້ແມ່ນບັ້ນບຸກໂຈມຕີລູກສອນໄຟຄັ້ງທີ 2 ຂອງ Hezbollah  ເລັ່ງໃສ່ຖານທີ່ໝັ້ນກອງທັບອາກາດຫຼັກແຫຼ່ງຂອງກອງທັບ ອິດສະຣາແອັນ ຢູ່ເຂດພາກເໜືອປະເທດນີ້  ໃນ 3 ອາທິດຜ່ານມາ.

        ກ່ຽວຂ້ອງເຖິງສະພາບການສົງຄາມຢູ່ເຂດ ກາຊາ, ວັນທີ 23 ມັງກອນ, ກອງທັບ ອິດສະຣາແອັນ ໄດ້ແຈ້ງໃຫ້ຊາບວ່າ ພວມດຳເນີນການສືບສວນເຫດການເກີດຂຶ້ນທີ່ເຮັດໃຫ້ທະຫານ 21 ຄົນເສຍຊີວິດຢູ່ເຂດກາຊາ ກ່ອນນັ້ນ 1 ວັນ.

ນັກຂ່າວ VOV ປະຈຳ ອີຢິບ

 


ຕອບກັບ

ຂ່າວ/ບົດ​ອື່ນ