ສິ່ງທ້າທາຍ ແລະ ກີດຂວາງໃນການກໍ່ສ້າງ ລັດແຫ່ງອຳນາດນິຕິ ບັນຍັດສັງຄົມນິຍົມຢູ່ຫວຽດນາມໃນປະຈຸບັນ

ສິ່ງທ້າທາຍ ແລະ ກີດຂວາງໃນການກໍ່ສ້າງ ລັດແຫ່ງອຳນາດນິຕິ ບັນຍັດສັງຄົມນິຍົມຢູ່ຫວຽດນາມໃນປະຈຸບັນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 20 ສິງຫາ, ຢູ່​ນະຄອນ​ເກີນ​ເທີ, ມະຫາວິທະຍາ​ໄລ​ເກີນ​ເທີ ​ໄດ້ສົມທົບ​ກັບ​ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ເຂດ 2 (ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ) ຈັດກອງ​ປະຊຸມ​ສຳ​ມະ​ນາ “ສິ່ງ​ທ້າ​ທາຍ ​ແລະ ກີດຂວາງ​ໃນ​ການ​ກໍ່ສ້າງລັດ​ແຫ່ງ​ອຳນາດນິຕິບັນຍັດ​ສັງຄົມ​ນິຍົມ​ຢູ່ຫວຽດນາມ​ໃນ​ປະຈຸ​ບັນ”. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່​ເຂົ້າ​ໃນຫົວ​ຂໍ້​ຕ່າງໆ​ຄື: ສິ່ງ​ກີດຂວາງ, ທ້າ​ທາຍ ​ແລະ ບັນດາ​ມາດ​ຕະການ​ແກ້​ໄຂສິ່ງ​ກີດຂວາງ, ​ທ້າ​ທາຍນີ້ຈາກ​ແງ່​ມູມປັບປຸງລະບົບ​ກົດໝາຍ; ບັນຫາ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ​ໃນ​ການ​ກໍ່ສ້າງລັດ​ແຫ່ງ​ອຳນາດນິຕິບັນຍັດ​ສັງຄົມ​ນິຍົມ​ຢູ່ຫວຽດນາມ; ຮັບປະກັນ​ການ​ປະຕິບັດ​ສິດ​ອຳນາດ​ແຫ່ງ​ລັດ​ຕາມ​ຫຼັກການ​ເປັນ​​ເອກະ​ພາບ, ​ແບ່ງ​ງານສົມທົບ ​ແລະ ກວດກາ​ລະຫວ່າງ​ບັນດາ​ອົງການ​ແຫ່ງ​ລັດ ປະຕິບັດ​ບັນດາ​ສິດອຳນາດ: ນິຕິບັນຍັດ, ອຳນາດ​ບໍລິຫານ ​ແລະ ອຳນາດ​ຕຸ​ລາ​ການ; ພັກ​ກອມ​ມູນິດ​ຫວຽດນາມ ນຳພາ​ລັດ​ແຫ່ງ​ອຳນາດນິຕິບັນຍັດ​ຫວຽດນາມ ​ໃນ​ໄລຍະ​ປະຈຸ​ບັນ. ກອງ​ປະຊຸມ​ສຳ​ມະ​ນາ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ຄົ້ນຄວ້າ​ຢ່າງ​ເລີກ​ເຊິ່ງກວ່າ ​ແລະ ສະຫຼຸບ​ຕີ​ລາຄາ, ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ໃນ​ການ​ສ້າງລັດ​ແຫ່ງ​ອຳນາດນິຕິບັນຍັດ​ສັງຄົມ​ນິຍົມ​ຢູ່ຫວຽດນາມ​ ໃນ​ປະຈຸ​ບັນ, ຊ່ວຍ​ໃຫ້ການ​ຮໍ່າຮຽນ, ຄົ້ນຄວ້າ​ຂອງ​ບັນດາ​ນັກວິທະຍາສາດ​ນັບ​ມື້​ນັບ​​ເລີກ​ເຊິ່ງ ​ແລະ ບັນລຸ​ປະສິດທິ​ຜົນ​ສູງ​ກວ່າ.

ຂ່າວ/ບົດ​ອື່ນ