ສົ່ງ​ອັດ​ຖິ​ນັກ​ຮົບ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ ລາວ​ກັບ​ເມືອ​ປະ​ເທດ

(VOVWORLD) - ນັບແຕ່ປີ 1994 ມາຮອດປັດຈຸບັນ, ກອງເຕົ້າໂຮມທະຫານເຂດ II ໄດ້ສົ່ງອັດຖິທະຫານເສຍສະຫຼະຊີວິດຢູ່ລາວ 1.812 ອັດຖິ, ໃນນັ້ນມີ 142 ອັດຖິມີຂໍ້ມູນຊື່ນາມສະກຸນ ແລະ ບ້ານເກີດເມືອງນອນຢ່າງຄົບຖ້ວນ.
ສົ່ງ​ອັດ​ຖິ​ນັກ​ຮົບ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ ລາວ​ກັບ​ເມືອ​ປະ​ເທດ - ảnh 1ພິທີສົ່ງອັດຖິນັກຮົບ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວກັບເມືອປະເທດ (ພາບ: TTXVN)

ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ແຂວງອຸດົມໄຊ, ລາວ ໄດ້ດຳເນີນພິທີມອບຮັບ, ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ 6 ແຂວງພາກເໜືອລາວ ກັບເມືອ ຫວຽດນາມ, ໃນນັ້ນມີ 4 ອັດຖິມີຂໍ້ມູນຢ່າງຄົບຖ້ວນ. ນີ້ແມ່ນບັນດານັກຮົບເສຍສະຫຼະຊີວິດໂດຍກອງເຕົ້າໂຮມ ທະຫານເຂດ II ຊອກຄົ້ນຫາ ແລະ ເຕົ້າໂຮມໄດ້ໃນໄລຍະທີຂອງ ຂອງລະດູແລ້ງປີ 2022 – 2023. ເຂົ້າຮ່ວມພິທີ ມີຜູ້ຕາງໜ້າຄະນະປະຕິບັດໜ້າທີ່ພິເສດຂອງລັດຖະບານລາວ, ການນຳ ແລະ ຜູ້ຕາງໜ້າບັນດາຄະນະປະຕິບັດໜ້າທີ່ພິເສດຂອງ 6 ແຂວງພາກເໜືອລາວ, ລວມມີ:  ອຸດົມໄຊ, ຫຼວງພະບາງ, ຫຼວງນ້ຳທາ, ຜົ້ງສາລີ, ບໍແກ້ວ, ໄຊຍະບູລີ, ຜູ້ຕາງໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ, ຜູ້ຕາງໜ້າທະຫານເຂດ II. ນັບແຕ່ປີ 1994 ມາຮອດປັດຈຸບັນ, ກອງເຕົ້າໂຮມທະຫານເຂດ II ໄດ້ສົ່ງອັດຖິທະຫານເສຍສະຫຼະຊີວິດຢູ່ລາວ 1.812 ອັດຖິ, ໃນນັ້ນມີ 142 ອັດຖິມີຂໍ້ມູນຊື່ນາມສະກຸນ ແລະ ບ້ານເກີດເມືອງນອນຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ