ສົ່ງເສີມການຮ່ວມມືຫລາຍດ້ານລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ກັບແຂວງ Kanagawa (ຍີ່ປຸ່ນ)

(VOVWORLD) - ຍີ່ປຸ່ນ ແລະ ແຂວງ Kanagawa ສ້າງທຸກເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດເພີ່ມທະວີການລົງທຶນ, ຊອກຮູ້, ຜັນຂະຫຍາຍບັນດາການເຄື່ອນໄຫວເສດຖະກິດ ແລະ ການຮ່ວມມືໃນບັນດາຂົງເຂດອື່ນ
ສົ່ງເສີມການຮ່ວມມືຫລາຍດ້ານລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ກັບແຂວງ Kanagawa (ຍີ່ປຸ່ນ) - ảnh 1ທ່ານນາງ ດັ້ງທິງອັກທິ້ງ ແລະ ທ່ານ Kuroiwa Yuji (ພາບ: TTXVN)

ຕອນເຊົ້າວັນທີ 16 ພະຈິກ, ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ແລະ ບັນດາວິສາຫະກິດແຂວງ Kanagawa (ຍີ່ປຸ່ນ) ໂດຍທ່ານ Kuroiwa Yuji, ຜູ້ວ່າການແຂວງ Kanagawa, ນຳໜ້າພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດໄດ້ສະເໜີໃຫ້ ຍີ່ປຸ່ນ ແລະ ແຂວງ Kanagawa ສ້າງທຸກເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດເພີ່ມທະວີການລົງທຶນ, ຊອກຮູ້, ຜັນຂະຫຍາຍບັນດາການເຄື່ອນໄຫວເສດຖະກິດ ແລະ ການຮ່ວມມືໃນບັນດາຂົງເຂດອື່ນ, ພິເສດແມ່ນອຸດສາຫະກຳປະດິດສ້າງ, ກະສິກຳ, ການສຶກສາ-ບຳລຸງສ້າງ…ທ່ານນາງຮອງປະທານປະເທດເນັ້ນໜັກວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະ ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ແລະ ຂອງແຂວງ Kanagawa ມາລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ; ແລະປາດຖະໜາວ່າ ຍີ່ປຸ່ນ ແລະ ແຂວງ Kanagawa ສ້າງເງື່ອນໄຂສະດວກໃຫ້ແກ່ຊາວ ຫວຽດນາມ ທີ່ພວມອາໄສຢູ່ປະເທດ ຍີ່ປຸ່ນ.

        ສ່ວນທ່ານ Kuroiwa Yuji, ຜູ້ວ່າການແຂວງ Kanagawa ຢືນຢັນວ່າ ອຳນາດການປົກຄອງແຂວງ Kanagawa ໃຫ້ຄຳໝັ້ນສັນຍາວ່າຈະສ້າງເງື່ອນໄຂສະດວກໃຫ້ແກ່ແຮງງານ ຫວຽດນາມ ໄປເຮັດວຽກຢູ່ Kanagawa, ພ້ອມທັງໜູນຊ່ວຍບັນດາວິສາຫະກິດທ້ອງຖິ່ນລົງທຶນເຂົ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ